​ວັນ​ທີ 28 ສິງ​ຫາ, ຫວຽດ​ນາມ ຢັ້ງ​ຢືນມີຜູ້ຕິດເຊື້ອໂຄວິດ-19 ໃໝ່​ຕື່ມ​ອີກ 02 ຄົນ

(VOVWORLD) -ໄລ່ມາຮອດວັນທີ 28 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 1.036 ຄົນ
​ວັນ​ທີ 28 ສິງ​ຫາ, ຫວຽດ​ນາມ ຢັ້ງ​ຢືນມີຜູ້ຕິດເຊື້ອໂຄວິດ-19 ໃໝ່​ຕື່ມ​ອີກ 02 ຄົນ - ảnh 1ສີດຢາຂ້າເຊື້ອອ້ອມບໍລິເວນພັກອາໄສຂອງກໍລະນີຕິດເຊື້ອຢູ່ຮ່າໂນ້ຍ 

ວັນທີ 28 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 02 ຄົນ, ໃນນັ້ນ ມີຜູ້ໜຶ່ງຢູ່ດ່າໜັງ ແລະ ຜູ້ໜຶ່ງຢູ່ ຮ່າໂນ້ຍ ເຊິ່ງໄດ້ແຍກຕົວຢູ່ແຂວງ ຫາຍເຢືອງ ພາຍຫຼັງເຂົ້າເມືອງຫວຽດນາມ. ເປັນອັນວ່າ, ໄລ່ມາຮອດຈຸດເວລານີ້, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 1.038 ຄົນ, ໃນນັ້ນຕິດແປດຢູ່ພາຍໃນປະເທດແມ່ນ 689 ຄົນ (549 ຄົນຕິດໃໝ່ກ່ຽວຂ້ອງເຖິງ ດ່ານັ້ງ ນັບແຕ່ວັນທີ 25 ກໍລະກົດ ມາ). ໄລ່ຮອດວັນທີ 28 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີແມ່ນ 663 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 30 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ