ວັນບຸນ “ລະດູບານໃໝ່ຢູ່ທະເລ,ໝູ່ເກາະ” ຄັ້ງທີ 5 ປີ 2016

ວັນບຸນ “ລະດູບານໃໝ່ຢູ່ທະເລ,ໝູ່ເກາະ” ຄັ້ງທີ 5 ປີ 2016 - ảnh 1
ວັນບຸນ “ລະດູບານໃໝ່ຢູ່ທະເລ,ໝູ່ເກາະ” ຄັ້ງທີ 5
(ພາບ: tuoitre)

(vovworld) –​  ຕອນ​ຄ່ຳ​ວັນ​ທີ 13/01, ຢູ່ກອງ​ພົນ​ນ້ອຍ 171, ກອງ​ບັນ​ຊາ​ການເຂດ 2 ກອງທັບ​ເຮືອ​ນະ​ຄອນ​ວູງ​ເຕົ່າ, ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ​ໂຮ່​ຈິ​ມິນ, ຫໍ​ວັດ​ທະ​ນະ​ທຳ​ຊາ​ວ​ໜຸ່ມ​ນະ​ຄອນ​ໂຮ່​ຈິ​ມິນ, ໜັງ​ສື​ພິມ​ໄວ​ໜຸ​່ມ ໄ​ດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ວັນ​ບຸນ “ລະ​ດູ​ບານ​ໃໝ່​ຢູ່​ທະ​ເລ, ໝ​ູ່ເກາະ” ຄັ້ງ​ທີ 5 ປີ 2016. ມີ​ພະ​ນັກ​ງານ, ນັກ​ຮົບ, ​ຕຳຫຼວດ​ທະ​ເລ, ​ກຳ​ລັງກວດ​ກາ​ການ​ປະ​ມົງ, ເຮືອນ​ຮ້ານ DK 1, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ, ນັກ​ຮຽນ 20 ຄົນ​ເຊິ່ງ​ແມ່ນ​ລູກ​ຂອງ​ພະ​ນັກງານ​ນັກ​ຮົບ, ພ້ອມ​ກັບ​ສະ​ມາ​ຊິກ​ຊາວ​ໜຸ່ມ ແລະ ປະ​ຊາ​ຊົນ​ນະ​ຄອນ​ວູງ​ເຕົ່າ ເຂົ້າ​ຮ່ວມ​ເຮັດ​ການນີ້​ກວ່າ 300 ຄົນ.

      ນີ​້ແມ່ນຄັ້ງ​ທຳ​ອິດ​​ທີ່ລາຍ​ການ ວັນ​ບຸນ “ລະ​ດູ​ບານ​ໃໝ່​ຢູ່​ທະ​ເລ, ໝ​ູ່ເກາະ” ໄດ້​​ຈັດ​ຕັ້ງ​ຢູ່​ນະ​ຄອນ​ທະ​ເລ​ວູງ​ເຕົ່າ. ວັນ​ບຸນ​ແມ່ນ​ໂອ​ກາດ​​ເພື່ອເຊື່ອມ​ຕໍ່​ເຂດ​ດິນ​ຕ​ໍ່​ແຜ່ນ​ກັບ​ເຂດ​ເກາະ​ທີ່​ຫ່າງ​ໄກ, ​ສະ​ແດງ​ໃຫ້​ເຫັນ​ອາ​ລົ​ມ​ຈິດ​ຂອງ​ນັກ​ສິ​ລະປະ, ປະ​ຊ​າ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ແລະ ແຂວງ​ບາ​ເຣຍ - ວູງ​ເຕົ່າ ທີ່​ມີ​ຕໍ່​ບັນ​ດາ​ນັກ​ຮົບ​ທີ່​ພວມ​ປົກ​ປັກ​ຮັກ​ສາ​ນ່ານ​ຟ້າ, ທະ​ເລ, ໝູ່​ເກາະ ແລະ ອະ​ທິ​ປະ​ໄຕ​ທີ່​ສັກ​ກະ​ລະ​ບຸ​ຊາ​ຂອງ​ປະ​ເທດ​ຊາດນັບ​ທັງ​​ເວັນ ແລະ ຄືນ. ວັນ​ບຸນ​ຖືກ​ດຳ​ເນີນ​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ພະ​ນັກ​ງານ, ນັກ​ຮົບ ແລະ ຄະ​ນະ​ຊາວໜຸ່ມ, ສະ​ມາ​ຊິກ​ຊາວ​ໜຸ່ມ​ເຊັ່ນ; ຫ​ໍ່​ເຂົ້າ​ຕົມ, ແລກ​ປ່ຽນສີ​ລະ​ປະ​ວັດ​ທະ​ນະ​ທຳ, ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນໃຫ້​ບັນ​ດາ​ຄອບ​ຄົວ ແລະ ລູກ​ຫຼານ​ພະ​ນັກ​ງານ​ທີ່​ປະ​ສົບ​ກັບ​ຄວາມ​ຫຍ​ຸ້ງ​ຍາກ…

ຂ່າວ/ບົດ​ອື່ນ