ວັນບຸນ “ໝາກຫົວໃຈອາສາສະໝັກ” ຄັ້ງທີ 3

 ຕອນ​ເຊົ້າວັນ​ທີ 4/12, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ໃຫ້​ມີ​ວັນ​ບຸນ “ໝາກ​ຫົວ​ໃຈ​ອາສາ​ສະໝັກ” ຄັ້ງທີ 3. ດ້ວຍ​ສານ​ທີ່​ວ່າ “​ແບ່ງປັນ​ຢາດ​ເລືອດ​​ເພື່ອ​ຄົນ​ເຈັບ” ນັ້ນ, ວັນ​ບຸນ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ກ່ວາ 10.000 ຄົນ, ​ເກື​ອບ 100 ຫົວໜ່ວຍ, ອົງການ​ຈັດຕັ້ງວຽກ​ງານ​ສັງຄົມ, ວົງ​ຄະນາ​ຍາດ…​ອ້າຍ ຈື​ເຍີ​ດ​ເຮິ​ບ ຮອງ​ປະທານ​ສະມາຄົມ​ຊາວ​ໜຸ່ມ​ຂົນຂວາຍ​ການ​ບໍລິຈາກ​ເລືອດ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ: “​ໃນ​ບັນ​ວຸນ, ນອກຈາກ​ການ​ເຄື່ອນ​ໄຫວ​ບໍລິຈາກ​ເລືອດ, ຍັງ​ມີ​ບັດາ​ການ​ເຄື່ອນ​ໄຫວ​ຄື: “ປົກປັກຣັກສາ​ສິ່ງ​ແວດ​ລ້ອມ, ບໍ່​ສູບຢາ, ຕ້ານ​ການ​ຕິດ​ເຊື້ອ HIV ​ໂລກ​ເອັ​ດ… ຜ່ານ​ວັນ​ບຸນ​ນີ້, ຫວັງ​ວ່າ​ຈະ​ມີເລືອດ 2000 ຖົງ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ວຽກງານ​ປີ່​ນປົວ​ພະຍາດ ​ແລະ​ບໍລິຈາກ​ເລືອດ​ກູ້​ເອົາ​ຊີວິດ​ມະນຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ