ບັນດາຊາວຫນຸ່ມໄດ້ຮັບລາງວັນ
ພາບ:tuoitre.vn
|
(vovworld)- ກ່າວຄຳເຫັນທີ່ວັນບຸນດັ່ງກ່າວຊື່ງຖືກຈັດຂຶ້ນໃນວັນທີ 23/11 ຢູ່ ນະຄອນ ໂຮ່ຈິມີນ, ທ່ານ ຟານວັນໝາຍ, ປະທານສູນກາງສະຫະສະມາຄົມຊາວຫນຸ່ມ ຫວຽດນາມ, ຕາງຫນາ້ໃຫ້ຄະນະຈັດຕັ້ງໃຫ້ຮູ້ວ່າ: ວັນບຸນປະດິດສ້າງເພື່ອຄວາມມຸ່ງຫວັງອະນາຄົດອັນສົດໃສຫວຽດນາມຄັ້ງທີ 2 ແມ່ນການເຄື່ອນໄຫວມີຄວາມໝາຍສອດຄ່ອງກັບມາດຖານການກະທຳຂອງສະມາຄົມ ແລະ ຈຸດໝາຍຂອງລາຍການເຄື່ອນໄຫວເພື່ອຄວາມມຸ່ງຫວັງອະນາຄົດອັນສົດໃສຫວຽດນາມ. ນີ້ກໍ່ເປັນສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຫລາຍຫົວຫນ່ວຍ, ອົງການທີ່ສຸດຈິດສຸດໃຈກັບອະນາຄົດຂອງລຸ້ນຊາວຫນຸ່ມຫວຽດນາມ, ການພັດທະນາຂອງປະເທດຊາດ, ຍາມໃດກໍຮ່ວມເດີນທາງຫນູນຊ່ວຍບັນດາເພື່ອນຫນຸ່ມໃນທຸກດ້ານເພື່ອສ້າງອະນາຄົດ ແລະ ສຳເລັດຫນ້າທີ່ສຳລັບຄອບຄົວ,ສັງຄົມ ແລະ ປະເທດຊາດ. ໃນຂອບເຂດວັນບຸນດັ່ງກ່າວ ໄດ້ຈັດກອງປະຊຸມສຳມະນາ, ພິທີມອບລາງວັນ ແລະ ເຊີດຊູຜູ້ຊະນະໃນການເສັງ “ປະດິດສ້າງອະນາຄົດ” ແລະ ມອບປື້ມ “ກໍ່ຮ່າງສ້າງຕົວ”ກວ່າ 30.000 ຫົວໃຫ້ແກ່ຊາວຫນຸ່ມ.