ວັນບຸນພົບ​ປະ​ແລກ​ປ່ຽນ “ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ-ມຸ່ງ​ໄປ​ສູ່​ອະ​ນາ​ຄົດ” ເຂດ​ຊາຍ​ແດນ​ຫວຽດ​ນາມ-ລາວ

(VOVWORLD) - ມີ 9 ແຂວງຂອງຫວຽດນາມ ແລະ 10 ແຂວງຂອງລາວ ທີ່ມີເສັ້ນຊາຍແດນລວມຈະເຂົ້າຮ່ວມວັນບຸນດັ່ງກ່າວ.
ວັນບຸນພົບ​ປະ​ແລກ​ປ່ຽນ “ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ-ມຸ່ງ​ໄປ​ສູ່​ອະ​ນາ​ຄົດ” ເຂດ​ຊາຍ​ແດນ​ຫວຽດ​ນາມ-ລາວ - ảnh 1

(ພາບປະກອບ: TTXVN)

     ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 3 ດ້ວຍຫົວເລື່ອງ  ເຕັມໄປດ້ວຍນ້ຳໃຈມິດຕະພາບ-ມຸ່ງໄປສູ່ອະນາຄົດ” ຈະດຳເນີນໃນເວລາ 3 ວັນຢູ່ແຂວງດ້ຽນບຽນ ໃນເດືອນກັນຍາປີ 2022 ຈະມາເຖິງ. ນີ້ແມ່ນເຫດການວັດທະນະທຳ, ການເມືອງໃຫ່ຍ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (5/9/1962 - 5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ (18/7/1977 - 18/7/2022).

ມີ 9 ແຂວງຂອງຫວຽດນາມ ແລະ 10 ແຂວງຂອງລາວ ທີ່ມີເສັ້ນຊາຍແດນລວມຈະເຂົ້າຮ່ວມວັນບຸນດັ່ງກ່າວ. ບັນດາການເຄື່ອນໄຫວທີ່ມີຄວາມໝາຍຈະດຳເນີນໃນວັນບຸນ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 3 ລວມ ມີ: ການສະແດງຊຸດອາພອນປະຈຳຊາດ, ງານວາງສະແດງ, ໂຄສະນາຜະລິດຕະພັນວັດທະນະທຳ ແລະ ທ່ອງທ່ຽວ, ປະເທດຊາດ ແລະ ຊາວຫວຽດມ-ລາວ ແລະ ບັນດາຜົນງານດ້ານເສດຖະກິດ-ສັງຄົມຂອງທ້ອງຖິ່ນຕ່າງໆ, ການຮ່ວມມືຮອບດ້ານກັບປະເທດລາວ…. ພິເສດແມ່ນງານມະໂຫລານສິລະປະມະຫາຊົນດ້ວຍຫົວເລື່ອງ “ເຕັມໄປດ້ວຍນ້ຳໃຈມິດຕະພາບ”.

ຕອບກັບ

ຂ່າວ/ບົດ​ອື່ນ