ວັນບຸນຢອດເລືອດແດງ ແລະ ຂະບວນການບໍລິຈາກເລືອດຄັ້ງທີ 6 – 2018
(VOVWORLD) - ຕອນເຊົ້າວັນທີ 14 ກໍລະກົດ, ຄະນະຈັດຕັ້ງຂະບວນການແດງ 2018 ໄດ້ສົມທົບກັບຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດອາສາສະໝັກນະຄອນ ຮ່າໂນ້ຍ ແລະ ສະມາຄົມຊາວໜຸ່ມຂົນຂວາຍບໍລິຈາກເລືອດ ຮ່າໂນ້ຍ ຈັດຕັ້ງວັນບຸນບໍລິຈາກເລືອດ ແລະ ຂະບວນການແດງ 2018.
ວັນບຸນຢອດເລືອດແດງ ແລະ ຂະບວນການບໍລິຈາກເລືອດຄັ້ງທີ 6 – 2018 |
ວັນບຸນໄດ້ເລີ່ມຂຶ້ນແຕ່ເວລາ 8 ໂມງເຊົ້າ, ດຶງດູດຄົນເຂົ້າຮ່ວມນັບພັນໆຄົນ. ດ້ວຍບັນດາການເຄື່ອນໄຫວທີ່ດຳເນີນຢ່າງຕໍ່ເນື່ອງໃນລະຫວ່າງວັນທີ 13 – 14 ກໍລະກົດ. ທ່ານປະລິນຍາເອກ, ທ່ານໝໍ ແບັກກວກແຄ໊ງ ຫົວໜ້າສະຖານບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງຂະບວນການແດງ 2018 ກ່າວວ່າ:
“ພວກຂ້າພະເຈົ້າປາດຖະໜາວ່າ ທຸກຄົນຢູ່ໃນເກນອາຍຸແຕກຕ່າງກັນທີ່ມີສຸຂະພາບແຂງແຮງຈົ່ງໄປເຂົ້າຮ່ວມ ແລະ ບໍລິຈາກເລືອດ. ຍ້ອນວ່າ ປີໜຶ່ງແຕ່ລະຄົນ ພຽງແຕ່ບໍລິຈາກເລືອດໄດ້ເທື່ອດຽວເທົ່ານັ້ນ ພວກເຮົາອາດຈະໄດ້ເລືອດນັບເປັນຮ້ອຍໆຖົງ ຫຼື ນັບເປັນລ້ານໆຖົງ ແລະ ຈະຮັບປະກັນຄວາມຕ້ອງການເລືອດທີ່ຮັບໃຊ້ໃຫ້ແກ່ການກວດ, ປິ່ນປົວພະຍາດ”.