ວັນບຸນວັດທະນະທຳ,ກິລາແລະທ່ອງທ່ຽວບັນດາເຜົ່າ
ຢູ່ເຂດຕາເວັນອອກສຽງເຫນືອຄັ້ງທີ 9
ພາບ:disanxanh.vn
|
(vovworld)- ວັນບຸນວັດທະນະທຳ,ກິລາແລະທ່ອງທ່ຽວບັນດາເຜົ່າຢູ່ເຂດຕາເວັນອອກສຽງເຫນືອຄັ້ງທີ 9 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 10/9 ຢູ່ ນະຄອນ ບັກກ້ານ ແຂວງ ບັກກ້ານ. ດ້ວຍຫົວຂໍ້ວ່າ: “ຕາເວັນຕົກສຽງເຫນືອ -ເຕົ້າໂຮມ, ສາມັກຄີ ແລະ ພັດທະນາ”, ບັນດາລາຍການສິລະປະຂອງ 10 ແຂວງຄື: ບັກກ້ານ, ຟູທໍ້, ຮ່າຢາງ, ຕວຽນກວາງ, ກາວບັ່ງ, ທາຍງວຽນ, ລ້າງເຊີນ, ບັກຢາງ, ກວ໋າງນີງ ແລະ ຫວີງຟຸກ ໃນພິທີໄຂໄດ້ສະແດງໃຫ້ເຫັນທ່າແຮງ, ມູນເຊື້ອວັດທະນະທຳ ສິລະປະທີ່ອຸດົມສົມບູນ ແລະ ເຂັ້ມຂົ້ນໄປດ້ວຍສີສັນຂອງປະຊາຊົນບັນດາເຜົ່າຢູ່ເຂດຕາເວັນອອກສ່ຽງເຫນືອ. ທ່ານນາງ ໂດ໋ທິມີງຮວາ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ບັກກ້ານ, ຫົວຫນ້າຄະນະຈັດຕັ້ງວັນບຸນໃຫ້ຮູ້ວ່າ:
“ການຈັດຕັ້ງວັນບຸນຄັ້ງນີ້ ແຂວງ ບັກກ້ານ ຈະມີກາລະໂອກາດຫລາຍຢ່າງເພື່ອພົວພັນແລກປ່ຽນ, ຖອດຖອນບົດຮຽນຈາກແຂວງອື່ນພາຍໃນປະເທດ. ໃນວັນບຸນຄັ້ງນີ້ ພວກຂ້າພະເຈົ້າຫວັງວ່າ ຈະແນະນຳຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ທັດສະນີຍະພາບຂອງແຂວງ ບັກກ້ານ, ຜ່ານນັ້ນ ຖອດຖອນບົດຮຽນທີ່ດີເພື່ອພັດທະນາເສດຖະກິດສັງຄົມຢູ່ທ້ອງຖິ່ນ.”