ວັນບຸນວັດທະນະທຳຫວຽດນາມ-ກຸຍບາ
ວັນບຸນວັດທະນະທຳຫວຽດນາມ-ກຸຍບາ
(ພາບ: TTXVN)
(vovworld) - ວັນທີ 13/12, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ - ສະມາຄົມມິດຕິພາບຫວຽດນາມ - ກຸຍບານະຄອນໂຮ່ຈິມິນ ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນໂຮ່ຈິມິນ ຈັດວັນບຸນວັດທະນະທຳຫວຽດນາມ - ກຸຍບາ. ເຫດການດັ່ງກ່າວໄດ້ດຶງດູດຄວາມເອົາໃຈໃສ່ຂອງປະຊາຊົນນະຄອນເປັນຈຳນວນຫຼາຍ, ພິເສດແມ່ນລຸ່ນໜຸ່ມ. ງານວາງສະແດງຂອງງານບຸນແນະນຳບັນດາຮູບພາບ ສະແດງໃຫ້ເຫັນສາຍພົວພັນສາມັກຄີ, ສະໜິດແໜ້ນລະຫວ່າງຫວຽດນາມ ແລະ ກຸຍບາ ໃນຕະຫຼອດ 55 ປີຜ່ານມາ ແລະ ຄວາມງາມຂອງປະເທດຊາດ, ຊາວກຸຍບາ. ກ່າວຄຳເຫັນທີ່ວັນບຸນ, ທ່ານນາງຮອງສາດສະດາຈານ, ດ.ຣ ເຈືອງທິຮ່ຽນ, ປະທານສາມາຄົມມິດຕະພາບຫວຽດນາມ - ກຸຍບາ ນະຄອນໂຮ່ຈິມິນ ຊິ້ແຈ້ງວ່າ.
“ຜ່ານການເຄື່ອນໄຫວຄັ້ງນີ້, ພວກຂ້າພະເຈົ້າຢາກໃຫ້ຊາວໜຸ່ມນະຄອນໂຮ່ຈິມິນ ເຂົ້າໃຈກວ່າກ່ຽວກັບປະເທດກຸຍບາ ກໍຄືສາຍພົວພັນສະໜິດແໜ້ນລະຫວ່າງຫວຽດນາມ ແລະ ກຸຍບາ ນັບແຕ່ກ່ອນມາຮອດປະຈຸບັນ. ພ້ອມທັງ, ປາດຖະໜາວ່າ ພວກນ້ອງຈະມີຄວາມເຂົ້າໃຈກ່ຽວກັບຄວາມສະໜິດຕິດພັນລະຫວ່າງການປະຕິວັດຫວຽດນາມ ແລະ ການປະຕິວັດກຸຍບາ ແລະ ເຂົ້າໃຈກ່ຽວກັບນ້ຳໃຈສາມັກຄີຢ່າງເລິກເຊິ່ງລະຫວ່າງ 2 ປະເທດ”.