ວັນບຸນສຶກສາມະຫາວິທະຍາໄລສາກົນຢູ່ຫວຽດນາມປີ2016

ວັນບຸນສຶກສາມະຫາວິທະຍາໄລສາກົນຢູ່ຫວຽດນາມປີ2016 - ảnh 1
(ພາບປະກອບ)

(vovworld) - ​ ​ ວັນ​ບຸນ​ສຶກສາ​ມະຫາວິທະຍາ​ໄລ​ສາກົນ​ຢູ່ ຫວຽດນາມ ປີ 2016 ​ໂດຍ​ກົມ​ບຳລຸງ​ສ້າງ​ກັບ​ຕ່າງປະ​ເທດ (ກະຊວງ​ສຶກສາ​ທິການ ​ແລະ ບຳລຸງ​ສ້າງ) ຫາ​ກໍ່​ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ. ​ເຫ​ດການ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ ມະຫາວິທະຍາ​ໄລ​ 51 ​ແຫ່ງທີ່​ມາ​ຈາກ 10 ປະ​ເທດ. ​ເຂົ້າ​ຮ່ວມ​ງານ​ບຸນ​ມີ​ຜູ້ຕາງໜ້າ​ບັນດາ​ສະຖານທູດ, ສະຖານກົງສູນ, ບັນດາອົງການຄຸ້ຄອງທຶນ​ສຶກສາ​ຂອງລັດຖະບານ​ປະ​ເທດ​ຕ່າງໆ​ຄື: ອັງກິດ, ອົດ​ສະ​ຕາ​ລີ, ນິວຊີ​ແລນ, ​ໄອ​ແລນ, ຍີ່ປຸ່ນ, ກາ​ນາ​ດາ​, ​ໂຮນລັງ, ອີ​ຕາ​ລີ. ນີ້​ແມ່ນ​ຄັ້ງ​ທຳ​ອິດ, ທີ່ວັນ​ບຸນ​ສຶກສາ​ມະຫາວິທະຍາ​ໄລ​ສາກົນ​ໄດ້​ຈັດ​ຕັ້ງ​ດ້ວຍ​ຂອບ​ຂະໜາດ​ໃຫຍ່ ​ເພື່ອ​ແນ​ໃສ່​ໂຄສະນາ, ​ແນະນຳລະບຽບ​ການ​ໃຫ້​ບັນດາ​ໂຄງການ​ທຶນ​ສຶກສາ​ຂອງ​ລັດຖະບານ ຫວຽດນາມ ​ໂດຍ​ກົມ​ບຳລຸງ​ສ້າງ​ກັບ​ຕ່າງປະ​ເທດ​ຜັນ​ຂະຫຍາຍ​ການປະຕິບັດ.

ຂ່າວ/ບົດ​ອື່ນ