ວັນບຸນສາມັກຄີກັບ ຫວຽດນາມ ຢູ່ Zurich, ປະເທດສະວິດ

(VOVWORLD) - ວັນບຸນສາມັກຄີກັບ ຫວຽດນາມ ໄດ້ກາຍເປັນການເຄື່ອນໄຫວປະຈຳປີທີ່ສຳຄັນຂອງສະມາຄົມມິດຕະພາບ ສະວິດ - ຫວຽດນາມໃນຊຸມປີຜ່ານມາ, ເພື່ອແນໃສ່ບໍລິຈາກເງິນສະໜັບສະໜູນບັນດາການເຄື່ອນໄຫວເພື່ອການກຸສົນຂອງສະມາຄົມ.

ສະມາຄົມມິດຕະພາບ ສະວິດ - ຫວຽດນາມ ຫາກໍ່ຈັດຕັ້ງວັນບຸນສາມັກຄີກັບ ຫວຽດນາມ ຢູ່ນະຄອນ Zurich (ປະເທດ ສະວິດ). ວັນບຸນສາມັກຄີກັບ ຫວຽດນາມ ໄດ້ກາຍເປັນການເຄື່ອນໄຫວປະຈຳປີທີ່ສຳຄັນຂອງສະມາຄົມມິດຕະພາບ ສະວິດ - ຫວຽດນາມໃນຊຸມປີຜ່ານມາ, ເພື່ອແນໃສ່ບໍລິຈາກເງິນສະໜັບສະໜູນບັນດາການເຄື່ອນໄຫວເພື່ອການກຸສົນຂອງສະມາຄົມ. ກ່າວຄຳເຫັນນະທີ່ນີ້, ທ່ານ ຟ້າມຫາຍບັ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຊັກໂກ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດານ້ຳໃຈອັນດີງາມ ແລະ ການຊ່ວຍເຫຼືອຂອງສະມາຄົມມິດຕະພາບ ສະວິດ - ຫວຽດນາມ ທີ່ສະຫງວນໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ໃຫ້ຄົນພິການ ແລະ ເດັກນ້ອຍເຂດຫ່າງໄກສອກຫຼິກຂອງ ຫວຽດນາມ.

        ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບ ສະວິດ - ຫວຽດນາມ ໄດ້ພິມຈຳໜ່າຍວາລະສານຂອງສະມາຄົມທີ່ມີຊື່ວ່າ “ສັນຕິພາບ” ດ້ວຍບັນດາບົດຂຽນກ່ຽວກັບທະເລຕາເວັນອອກ ແລະ ຄະດີຮ້ອງຟ້ອງຂອງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ