ວັນບຸນອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍຂອງປະຊາຄົມຊາວຫວຽດນາມອາໄສຢູ່ມາເລເຊຍ

ວັນບຸນອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍຂອງປະຊາຄົມຊາວຫວຽດນາມອາໄສຢູ່ມາເລເຊຍ - ảnh 1
ວັນບຸນອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍ
ຂອງປະຊາຄົມຊາວຫວຽດນາມອາໄສຢູ່ມາເລເຊຍ
(ພາບ: TTXVN)


​(vovworld) – ຕອນ​ຄໍ່າ​ວັນ​ທີ 09/05, ສະຖານທູດ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ, ຄະນະ​ຕິດ​ຕໍ່ພົບ​ພັນປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ມາ​ເລ​ເຊຍ ​ໄດ້​ຈັດ “ວັນ​ບຸນ​ປະຊາ​ຄົມ​ຄັ້ງ​ທີ 2”. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຫົວໜ້າ​ຄະ​ນະ​ຕິດ​ຕໍ່​ພົວພັນ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ມາ​ເລ​ເຊຍ, ​ເຈີ​ນຮົ່ງ​ຈູງ ​ໃຫ້​ຮູ້​ວ່າ, ​ໂດຍ​ໄດ້​ຮັບ​ຄວາມ​ເຫັນ​ດີ ​ແລະ ການ​ໜູນ​ຊ່ວຍ​ຈາກ​ສະຖານທູດ​ຫວຽດນາມ, ຄະນະ​ຕິດ​ຕໍ່ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ມາ​ເລ​ເຊຍ  ​ຈັດ​ວັນ​ບຸນ​ຄັ້ງ​ນີ້ ​​ແມ່ນເພື່ອ​ແນ​ໃສ່​ປຸກລຸກ​ຈິດ​ໃຈ​ອວ່າຍໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າກໍ​ເນື່ອ​ງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ບຸນ​ໃຫຍ່​ຂອງ​ຊາດ, ພ້ອມ​ທັງ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ການໜູນ​ຊ່ວຍ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ​ກັນ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຄະນະ​ຕິດ​ຕໍ່ພົວພັນ​ປະຊາຄົນ ກວດກາ​ຄືນ​ບັນດາ​ການ​ເຄື່ອນ​ໄຫວ​ນັບ​ແຕ່​ວັນ​ສ້າງ​ຕັ້ງ​ໃນ​ເດືອນ 01/2014, ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຕ່າງໆ ກໍ່​ຄື​ສ້າງ​ປະຊາຄົນ​ຢ່າງ​ເຂັ້ມ​ແຂງ, ສາມັກຄີ. ​ເນື່ອງ​ໃນ​ໂອກາດນີ້, ຄະນະ​ຕິດ​ຕໍ່​ພົວພັນໄດ້​ສະ​ເໜີ​ຕົວ​ສະ​ໂມ​ສອນ​ແມ່ຍິງ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ, ດ້ວຍ​ຈຸດປະສົງ​ປົກ​ປ້ອງ​ສິດຜົນ​ປະ​ໂຫຍດ, ​ຊ່ວຍ​ເຫຼືອ​ແມ່​ຍິງ​ໃນ​ການ​ດຳລົງ​ຊີວິດ, ເຮັດ​ວຽກ ​ແລະ ຮໍ່າຮຽນ.

ຂ່າວ/ບົດ​ອື່ນ