ວັນບຸນອາສາສະໝັກແຫ່ງຊາດປີ2014
ພາບປະກອບ:thanhdoan.vn
|
vovworld)- ວັນທີ 6/12 ຢູ່ ຮ່າໂນ້ຍ, ໂດຍຕອບສະຫນອງປີຊາວຫນຸ່ມອາສາສະໝັກ2014, ສະເຫລີມສະຫລອງ 15 ປີແຫ່ງຂະບວນການຊາວຫນຸ່ມອາສາສະໝັກ ແລະ ສະເຫລີມສະຫລອງ “ວັນສາກົນຜູ້ອາສາສະໝັກ” ຄືວັນທີ 5/12, ສູນກາງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ, ສູນກາງສະຫະພັນຊາວຫນຸ່ມຫວຽດນາມ, ສູນອາສາສະໝັກແຫ່ງຊາດ ໄດ້ສົມທົບກັບ ສປຊ ປະຈຳຫວຽດນາມ, ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ, ສະມາຄົມຊາວຫນຸ່ມຂົນຂວາຍການບໍລິຈາກເລືອດ ຮ່າໂນ້ຍ ແລະ ສະມາຄົມຊາວຫນຸ່ມອາສາສະໝັກຮ່າໂນ້ຍ ຈັດຕັ້ງວັນບຸນອາສາສະໝັກແຫ່ງຊາດປີ 2014. ພາຍໃຕ້ຫົວເລື່ອງວ່າ: “ຂ້ອຍຮັກຫວຽດນາມ”, ມີຊາວຫນຸ່ມອາສາສະໝັກ 10.000 ຄົນມາຈາກເກືອບ 100 ອົງການ, ສະໂມສອນ, ຫນ່ວຍຊາວຫນຸ່ມອາສາສະໝັກຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມເຫດການທີີ່ມີຄວາມໝາຍນີ້. ຄະນະຈັດຕັ້ງໃຫ້ຮູ້ວ່າ: ຄາດວ່າ ຈະມີ ຊາວຫນຸ່ມອາສາສະໝັກ 3000 ຄົນເຂົ້າຮ່ວມການບໍລິຈາກເລືອດ.