(ວັນມ໋ຽວ - ກ໋ວກຕືຢາມ)
(vovworld) - ວັນທີ 25/02 ຈະມາເຖິງ, ນະຄອນຮ່າໂນ້ຍ ຈະຈັດຕັ້ງການຮັບໃບຮັບຮອງ 82 ແຜ່ນສີລາຈາລຶກບັນດາປະລິຍາເອກໃນສະໄໝລາຊະວົງ ເລມາກ (1442 - 1779) ຢູ່ ວັນມ໋ຽວ - ກ໋ວກຕືຢາມ ແມ່ນປູຊະນີຍະສະຖານແຫ່ງຊາດພິເສດ. ພິທີມອບຮັບຈະມີການເຂົ້າຮ່ວມຂອງການນຳສູນກາງ, ນະຄອນຮ່າໂນ້ຍ ແລະ ອົງການ Unesco ປະຈຳຫວຽດນາມ. ແລະ ກໍໃນຕອນເຊົ້າວັນດຽວກັນ, ສູນເຄື່ອນໄຫວວິທະຍາສາດ ວັນມ໋ຽວ - ກ໋ວກຕືຢາມ ໄດ້ຈັດຕັ້ງການສຳມະນາດ້ວຍການເຂົ້າຮ່ວມຂອງບັນດານັກວິທະຍາສາດ ເພື່ອຕີລາຄາຄືນຄຸນຄ່າຂອງ ວັນມ໋ຽວ - ກ໋ວກຕືຢາມ ພ້ອມກັບການເຄື່ອນໄຫວອະນຸລັກຮັກສາ, ເສີມຂະຫຍາຍຂອງສູນ ພາຍຫຼັງ 25 ປີທີ່ຄຸ້ມຄອງ ແລະ ຂຸດຄົ້ນ.