ວັນສັນຕິພາບສາກົນ 21 ກັນຍາ
(VOVWORLD) - ວັນສັນຕິພາບສາກົນ (21/9), ໄດ້ດຳເນີນໄປໃນສະພາບການໂລກລະບາດໂຄວິດ-19 ແຜ່ລະບາດໄປທົ່ວໂລກ, ນາບຂູ່ຕໍ່ສຸຂະພາບ, ຄວາມປອດໄພ, ເຮັດໃຫ້ປະຊາຊົນຕ້ອງປ່ຽນແປງແບບແຜນດຳລົງຊີວິດ.
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຕີລະຄັງສັນຕິພາບ (ພາບ: UN) |
ດ້ວຍຫົວຂໍ້ “ພ້ອມກັນສ້າງສັນຕິພາບເປັນຮູບເປັນຮ່າງ”, ສະຫະປະຊາຊາດຢາກເນັ້ນໜັກວ່າ ໂລກລະບາດໂຄວິດ-19 ແມ່ນສັດຕູໂຕດຽວຂອງມວນມະນຸດ ແລະ ຮຽກຮ້ອງປະຊາຊົນທຸກຄົນໃນທົ່ວໂລກ ແບ່ງປັນບັນດາວິທີ ເພື່ອຊ່ວຍຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ. ໃນບົດກ່າວປາໄສທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາດ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງໃຫ້ທຸກຝ່າຍເຂົ້າຮ່ວມສົງຄາມ ຈົ່ງປົ່ງອາວຸດ ແລະ ສຸມໃສ່ເຂົ້າໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19. ທ່ານ Antonio Guterres ກ່າວວ່າ:
“ໂລກລະບາດໂຄວິດ-19 ແມ່ນໄພນາບຂູ່ຮ້າຍແຮງຕໍ່ຄວາມໝັ້ນຄົງທົ່ວໂລກຂອງພວກເຮົາໃນວັນນີ້. ນັ້ນແມ່ນສາຍເຫດເປັນຫຍັງ ເດືອນ ມີນາ ຜ່ານມາ ຂ້າພະເຈົ້າໄດ້ຮຽກຮ້ອງຢຸດຍິງໃນທົ່ວໂລກ. ຄຳຮຽກຮ້ອງຂອງຂ້າພະເຈົ້າ ໄດ້ມີການກະທົບຕໍ່ບັນດາປະເທດສະມາຊິກ, ອົງການຈັດຕັ້ງມະຫາຊົນ ແລະ ບາງກຸ່ມປະກອບອາວຸດໃນທົ່ວໂລກ.”
ວັນສັນຕິພາບສາກົນ ຫຼື ເອີ້ນວ່າ ວັນສັນຕິພາບໂລກ ໂດຍສະຫະປະຊາຊາດລິເລີ່ມເມື່ອປີ 1981 ແລະ ເປັນຄັ້ງທຳອິດໄດ້ຈັດຕັ້ງໃນເດືອນ ກັນຍາ 1982. ນັບແຕ່ປີ 2002, ສະມັດຊາໃຫຍ່ສະຫະປະຊາຊາດໄດ້ເລືອກເອົາວັນທີ 21 ກັນຍາ ແມ່ນວັນສະເຫຼີມສະຫຼອງວັນ ສັນຕິພາບສາກົນຢ່າງເປັນທາງການ.