ໂດຍຕອບສະຫນອງຫົວຂໍ້ດັ່ງກ່າວ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ສົມທົບກັບບັນດາຝ່າຍກ່ຽວຂ້ອງ ຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອແນໃສ່ປະເມີນຜົນ ແລະ ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ຂອງການປະຕິບັດ ອະນຸສັນຍາ Montreal ກ່ຽວກັບບັນດາທາດເຮັດໃຫ້ຊັ້ນ ozon ຊຸດໂຊມ. ທ່ານ ຫງວຽນຕວັນກວາງ, ຮອງຫົວຫນ້າ ກົມປ່ຽນແປງຂອງດິນຟ້າອາກາດ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ:
“ປີນີ້, ຫົວຂໍ້ຂອງວັນສາກົນຮັກສາຊັ້ນ ozon ເປັນການສະແດງໃຫ້ເຫັນຄວາມຈຳເປັນຕ້ອງມີການກະທຳບົນພື້ນຖານສົມທົບກັນສ້າງການພົວພັນ ແລະພັດທະນາການຮ່ວມມືທົ່ວໂລກ ເພື່ອແກ້ໄຂບັນດາສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະຮ່ວມແຮງຮ່ວມໃຈຟື້ນຟູຊັ້ນ ozon.”
ຕາມແຜນການແລ້ວ, ນັບແຕ່ປີຫນ້າ ຫວຽດນາມຈະກ້າວເຂົ້າສູ່ໄລຍທຳອິດຂອງວິວັດທະນາການຄຸ້ມຄອງ, ລົບລ້າງບັນດາທາດກໍ່ອາຍພິດເຮືອນແກ້ວ. ໃນປີນີ້ ຄາດວ່າ ທ່ານນາຍົກລັດຖະມົນຕີ ຈະເຊັນອະນຸມັດແຜນການແຫ່ງຊາດກ່ຽວກັບການຄຸ້ມຄອງ, ລົບລ້າງທາດເຮັດໃຫ້ຊັ້ນ ozon ຊຸດໂຊມ, ທາດກໍ່ອາຍພິດເຮືອນແກ້ວກໍ່ໄດ້ຮັບການຄວບຄຸມ.