“ວັນອາຊຽນ” ຢູ່ມົດສະກູຂຳ່ນັບຮັບຕ້ອນສະເຫຼີມສະຫຼອງ 47 ປີ ແຫ່ງວັນສ້າງຕັ້ງສະຫະສະມາຄົມ
ດຽບແອງ, ນັກຂ່າວ VOV ປະຈຳສະຫະພັນລັດເຊຍ -  
ເອກອັກຄະລັດຖະທູດບັນດາປະເທດອາຊຽນເຂົ້າຮ່ວມວັນບຸນ
(vovworld) - ຕອນບ່າຍວັນທີ 30/10, ຢູ່ນະຄອນຫຼວງມົດສະກູ ສະຫະພັນລັດເຊຍ, ເອກອັກຄະລັດຖະທູດ 10 ປະເທດສະມາຊິກອາຊຽນປະຈຳສະຫະພັນລັດເຊຍ ໄດ້ສົມທົບກັນຈັດຕັ້ງ “ວັນອາຊຽນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນສ້າງຕັ້ງສະຫະສະມາຄົມ (08/08/1967). ເຂົ້າຮ່ວມພິທີສະເຫຼີມສະຫຼອງມີການນຳກະຊວງການຕ່າງປະເທດພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການຕ່າງໆຂອງລັດເຊຍ, ເອກອັກຄະລັດຖະທູດບັນດາປະເທດ, ບັນດາອົງການສາກົນຢູ່ສະຫະພັນລັດເຊຍ ແລະ ບັນດາພະນັກງານ, ພາລະກອນສະຖານທູດບັນດາປະເທດສະມາຊິກອາຊຽນປະຈຳສະຫະພັນລັດເຊຍເປັນຈຳນວນຫຼວງຫຼາຍ. ຫົວເລື່ອງຂອງ “ວັນອາຊຽນ” ປີນີ້ແມ່ນ “ມຸ່ງໄປເຖິງປະຊາຄົມອາຊຽນປີ 2015”. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ Haini Hashim ເອກອັກຄະລັດຖະທູດບຣູໄນ ປະຈຳສະຫະພັນລັດເຊຍ, ທັງເປັນປະທານຄະນະກຳມະການອາຊຽນ ປະຈຳສະຫະພັນລັດເຊຍ ອາຍຸການ 6 ເດືອນ, ຢັ້ງຢືນວ່າ: ບົດບາດໃຫຍ່ຫຼວງຂອງອາຊຽນໃນການສ້າງສາ ແລະ ພັດທະນາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ມຸ່ງໄປເຖິງປະຊາຄົມອາຊຽນໃນປີ 2015.
ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງພ້ອມກັນຮັບປະທານອາຫານທີ່ເປັນເອກະລັກສະເພາະຂອງ 10 ປະເທດ ແລະ ຮັບຊົມບັນດາລາຍການຟ້ອນລຳທຳເພງພື້ນເມືອງຂອງບາງປະເທດສະມາຊິກອາຊຽນ, ໂດຍບັນດາພັນລະຍາ, ພະນັກງານ,ພາລະກອນຂອງສະຖານທູດບັນດາປະເທດອາຊຽນສະແດງ.
ດຽບແອງ, ນັກຂ່າວ VOV ປະຈຳສະຫະພັນລັດເຊຍ