ວັນເຮັດວຽກທີ2ຂອງກອງປະຊຸມກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ

ວັນເຮັດວຽກທີ2ຂອງກອງປະຊຸມກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ - ảnh 1
(ພາບປະກອບ: ອິນເຕີແນັດ)

(vovworld) - ​ໂດຍ​ສືບ​ຕໍ່​ກອງປະຊຸມ​ຄົບ​ຄະນະຄັ້ງ​ທີ 10 ຂອງ​ກຳມາ​ທິການ​ກ່ຽວ​ກັບ​ບັນດາ​ບັນ​ຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ຢູ່​ນະ​ຄອນ ​ໂຮ່ຈິ​ມິນ, ວັນທີ 14/4, ບັນດາ​ສະມາຊິກ​ໄດ້​ຮັບ​ຟັງ​ທ່ານ​ພົນ​ໂທ ​ເລ​ກຸ໋ຍ​ເວື້ອງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ລາຍ​ງານ​ໝາກຜົນ​ແຫ່ງ​ການ​ປະ​ຕິບັດ​ໂຄງການ​​ເປົ້າໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານຢາ​ເສບ​ຕິດ​ໄລຍະ 2011-2015. ຕາມ​ ທ່ານ​ພົນ​ໂທ ​ເລ​ກຸ໋ຍ​ເວື້ອງ ​ແລ້ວ, ​ໃນ​ 5 ຄາດ​ໝາຍຕົ້ນຕໍ​ຂອງ​ໂຄງການ​ດັ່ງກ່າວ​, ນັ້ນ​ມີ 2 ຄາດໝາຍທີ່​ຍັງບໍ່​ບັນລຸ​ໄດ້, ນັ້ນ​ແມ່ນ​ການ​ຫຼຸດຜ່ອນ​ຜູ້​ເສບ​ຢາ​ເສບ​ຕິດ ​ແລະ ຫຼຸດຜ່ອນ​ຈຳ​ໜວນຕາ​ແສງ, ​ເມືອງ,​​ ​ເທດສະບານ​ເມືອງ​ທີ່​ມີ​ໄພ​ຢາ​ເສບ​ຕິດ. ຕາມ​ການ​ຄາດ​ຄະ​ເນ​ຈາກ​ລັດຖະບານ​ແລ້ວ, ​ໃນ​ໄລຍະ 2016-2020, ໜ້າ​ທີ່​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ຈະ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ໂຄງການ​​ເປົ້າ​ໝາຍ ​ແລະ ມອບ​ໃຫ້​ກະຊວງ​ຕຳຫຼວດ​ຮັບຜິດຊອບ.

            ບັນດາ​ສະມາຊິກກໍ່​ຮັບ​ຟັງ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ລາຍ​ງານ ​ແລະ ປຶກສາ​ຫາລື ກ່ຽວ​ກັບ​ການ​ປະຕິບັດ​ຄາດໝາຍ​ແຫ່ງ​ຊາດ; ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ​ປີ 2014; ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ກອງ​ທຶນ​ປະກັນ​ສັງ​ຄົມປີ 2014.



ຂ່າວ/ບົດ​ອື່ນ