ວັນໂຄງການຮ່ວມມືດ້ານເສດຖະກິດ ເຕັກນິກອິນເດຍ-ITEC DAY 2012

ວັນໂຄງການຮ່ວມມືດ້ານເສດຖະກິດ ເຕັກນິກອິນເດຍ-ITEC DAY 2012 - ảnh 1

(ພາບປະກອບ:cpv.org.vn)

(VOV)- ຕອນຄ່ຳວັນ​ທີ 12/11, ຢູ່​ນະຄອນ​ໂຮ່ຈິ​ມິນ, ກົງ​ສູນ​ໃຫ່ຍອິນ​ເດຍ ປະຈຳນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດວັນ​​ໂຄງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ເຕັກນິກ​ອິນ​ເດຍ-ITEC DAY 2012 ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ​ລາຍການ​ທຶນ​ສຶກສາ​ຂອງອິນ​ເດຍ ຢູ່​ຫວຽດນາມ. ​ໂຄງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ເຕັກນິກ​ອິນ​ເດຍ-ITEC ​ໄດ້​ຮັບ​ການເລີ່​ມຕົ້ນ​ແຕ່​ປີ 1964 ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ​​ແບ່ງປັນ​ໝາກຜົນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ເຕັກນິກ​ຂອງ​ອິນ​ເດຍ, ຊ່ວຍ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່ມີ​ສີມື​ດີ, ​ເພີ່ມ​ແຫຼ່ງການ​ເງິນ ​ແລະ ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ. ຢູ່​ຫວຽດນາມ, ນັບ​ແຕ່​ປີ 1995 ມາ​ຮອດ​ປະຈຸ​ບັນ, ມີ​ນັກຄົ້ນຄ້ວາ, ພະນັກງານ, ລັດຖະກອນ 560 ຄົນ ​ໄດ້​ຮັບ​ທຶນ​ສຶກສາ ​ITEC ແລະ ທຶນ​ສຶກສາ​ໄລຍະ​ຍາວ​ອື່ນໆ​ເພື່ອ​ເຂົ້າຮ່ວມ​ບັນດາ​ຊຸ​ດຮຽນກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ, ພາສາ​ອັງກິດ, ການ​ຄຸ້ມ​ຄອງ​ກາ​ນ​ເງິນ, ການ​ໝູນ​​ໃຊ້​ກະສິກຳ, ຊີວະ​ສາດ ​ແລະ ​ເຕັກນິກ​ສິ່ງ​ແວດ​ລ້ອມ. ທ່ານ Abhay Thakur ຫົວໜ້າ​ກົງ​ສູນ​ໃຫ່ຍໃຫ່ຍອິນ​ເດຍ ປະຈຳນະຄອນ​ໂຮ່ຈິ​ມິນ ​ເວົ້າວ່າ:

   “ຜົນສຳ​ເລັດ​ຂອງ​​ໂຄງການ ​ITEC  ຢູ່​ຫວຽດນາມ ​ແມ່ນ​ຍ້ອນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ ​ແລະ ບັນດາ​ສະ​ຖາ​ບັນ​ວິທະຍາສາດຢູ່​ຫວຽດນາມ. ພວກ​ຂ້າພະ​ເຈົ້າຕີ​ລາຄາ​ສູງ​ການ​ປຸກລະດົມ​ກຳລັງ​ໃຈຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນໂຮ່ຈິ​ມິນ ​ແລະ ບັນດາ​ແຂວງ​ນະຄອນ​ອື່ນໆ. ​ໂຄງການ​ດັ່ງກ່າວ​ໄດ້​ຊ່ວຍ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ​ຢ່າງຮອບດ້ານ​ກັບ​ຫວຽດນາມ, ນັ້ນກໍ່​ແມ່ນ​ຈຸດປະສົງ​ຕົ້ນຕໍ​ຂອງ​ພວກ​ຂ້າພະ​ເຈົ້າ

 

 

 

 

ຂ່າວ/ບົດ​ອື່ນ