ວໍສິງຕັນມີແຜນການນຳອາວຸດປະເພດໜັກເຖິງເອີລົບຕາເວັນອອກແລະບານຕິກ
(ພາບປະກອບ)
(vovworld) - ໜັງສືພິມ “New York Time” ຂອງອາເມລິກາ ສະບັບອອກວັນທີ 13/06, ໄດ້ຄັດຄຳເວົ້າຂອງເຈົ້າໜ້າທີ່ຂັ້ນສູງອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ, ທຳນຽບ 5 ແຈ ໄດ້ກະກຽມສົ່ງບັນດາອາວຸດປະເພດໜັກເຖິງບາງປະເທດເອີລົບຕາເວັນອອກແລະບານຕິກ ໃນສະພາບທີ່ການພົວພັນລະຫວ່າງລັດເຊຍ ແລະ ຝ່າຍຕາເວັນຕົກ ຍັງເຄັ່ງຕຶງຢູ່ ຍ້ອນການປະທະກັນຢູ່ທາງທິດໃຕ້ຢູແກຼນ. ໜັງສືພິມດັ່ງກ່າວຊີ້ໃຫ້ເຫັນວ່າ, ທຳນຽບ 5 ແຈ ມີແຜນການຜັນຂະຫຍາຍລົດຖັງ, ລົດສູ້ຮົບທາງບົກ ແລະ ຂົນສົ່ງບັນດາອາວຸດປະເພດໜັກເຖິງຖານທີ່ໝັ້ນຂອງບັນດາປະເທດພັນທະມິດ. ແຕ່ວ່າ, ແຜນການດັ່ງກ່າວຕ້ອງໄດ້ຮັບການອະນຸມັດຜ່ານຈາກທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາ Ashton Carter ແລະ ທຳນຽບຂາວ ຢ່າງເປັນທາງການ, ກ່ອນດຳເນີນກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດສະມາຊິກ NATO ໃນເດືອນ 06 ນີ້, ຢູ່ບຣຸກແຊນ, ປະເທດແບນຊິກ.