ວິສະຫະກິດຫວຽດນາມແລະຈີນຮ່ວມມືຖ່າຍທອດເຕັກໂນໂລຢີ

ວິສະຫະກິດຫວຽດນາມແລະຈີນຮ່ວມມືຖ່າຍທອດເຕັກໂນໂລຢີ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 30/7, ຢູ່​ນະຄອນ​ໂຮ່ຈີ​ມິນ, ສູນ​ນຳ​ໃຊ້ ​ແລະ ບໍລິການ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີທີ່​ຂຶ້ນ​ກັບ​ກົມ​ປະຕິບັດ​ງານ​ພາກ​ໃຕ້, ກະຊວງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ສູນ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີກວາງ​ສີ - ອາ​ຊຽນ, ທີ່​ສັງກັດ​ພະ​ແນ​ກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີນະຄອນ​ກວາງ​ສີ, ປະ​ເທດ​ຈີນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີລະຫວ່າງ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ຈີນ​ປີ 2015. ກອງ​ປະຊຸມ​ສຳ​ມະ​ນາ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຫົວໜ່ວຍ, ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ​ຂົງ​ເຂດ​ພະລັງງານ​ໃໝ່, ພະລັງງານ​ຜະລິດ​ຄືນ​ໃໝ່ ​ແລະ ກະສິກຳ​ເຕັກ​ໂນ​ໂລ​ຢີສູງ​ຂອງ​ສອງ​ປະ​ເທດ​ສຳ​ຜັດ​ກັບ​ເຕັກ​ໂນ​ໂລ​ຢີ​ໃໝ່​ຂອງ​ໂລກ ​ແລະ ​ໃນ​ພາກ​ພື້ນ, ພ້ອມ​ທັງ​ຮ່ວມ​ມື​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ.

ຂ່າວ/ບົດ​ອື່ນ