ວິສາຫະກິດຍີປຸ່ນຫວັງເພີ່ມທະວີການຮ່ວມມືລົງທຶນກັບຫວຽດນາມ

(VOVWORLD) -ແຕ່ວັນທີ 3 ຫາວັນທີ 6 ຕຸລາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຍີປຸ່ນ ຫງວຽນກ໋ວກເກືອງ ໄດ້ທຳການຢ້ຽມຢາມ 3 ແຂວງທີ່ເຂດ ຊີໂກກູ ຂອງຍີປຸ່ນ ຄື: ໂອກາຢາມາ, ໂຕໂຕຣີ ແລະ ຊີມານີ

ວິສາຫະກິດຍີປຸ່ນຫວັງເພີ່ມທະວີການຮ່ວມມືລົງທຶນກັບຫວຽດນາມ - ảnh 1 ເອກອັກຄະລັດຖະທູດຫວຽດນາມປະຈຳຍີປຸ່ນ ຫງວຽນກ໋ວກເກືອງ

ແລະ ຜູ້ວ່າການແຂວງ ໂອກາຢາມາ

ຢູ່ແຕ່ລະແຂວງ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຍີປຸ່ນ ຫງວຽນກ໋ວກເກືອງ ໄດ້ພົບປະກັບຜູ້ວ່າການແຂວງ ແລະ ດຳເນີນການໂອ້ລົມສົນທະນາ ແນະນຳກ່ຽວກັບສະພາບການຂອງຫວຽດນາມ ແລະ ໂອກາດຮ່ວມມືລົງທຶນກັບບັນດາວິສາຫະກິດຂອງ 3 ແຂວງ. ເມື່ອແລກປ່ຽນກັບ ບັນດາວິສາຫະກິດ ຢູ່ 3 ແຂວງ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຍີປຸ່ນ ຫງວຽນກ໋ວກເກືອງ ໄດ້ເນັ້ນເຖິງສານທີ່ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໃນການຢ້ຽມຢາມຍີປຸ່ນເມື່ອເດືອນມິຖຸນາທີ່ຜ່ານມາວ່າ : ນີ້ແມ່ນຈຸດເວລາທີ່ດີທີ່ສຸດສຳລັບບັນດາວິສາຫະກິດ ແລະ ທ້ອງຖິ່ນຕ່າງໆຂອງ 2 ປະເທດເພື່ອເພີ່ມທະວີການຮ່ວມມື, ປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 2 ປະເທດ ບໍ່ພຽງແຕ່ໃນຮອບເວລາ  5 – 10 ປີທີ່ຈະມາເຖິງເທົ່ານັ້ນ, ຫາກຍັງດ້ວຍວິໄສທັດນັບຮ້ອຍປີອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ