ວິສາຫະກິດສາກົນ 79 ແຫ່ງເຂົ້າຮ່ວມງານຕະຫຼາດນັດເຄື່ອງກົນຈັກ ແລະ ໄມ້ວັດຖຸດິບ ຫວຽດນາມ

(VOVWORLD) - ງານຕະຫຼາດນັດເຄື່ອງກົນຈັກ ແລະ ໄມ້ວັດຖຸດິບ ຫວຽດນາມ (Woodmac Vietnam – 2017) ຈະໄດ້ຮັບການຈັດຕັ້ງແຕ່ວັນທີ 23 – 25 ສິງຫາ, ຢູ່ນະຄອນ ຖູເຢົ່າໂມດ, ແຂວງ ບີ່ງເຢືອງ.
ວິສາຫະກິດສາກົນ 79 ແຫ່ງເຂົ້າຮ່ວມງານຕະຫຼາດນັດເຄື່ອງກົນຈັກ ແລະ ໄມ້ວັດຖຸດິບ ຫວຽດນາມ - ảnh 1 ງານຕະຫຼາດນັດເຄື່ອງກົນຈັກ ແລະ ໄມ້ວັດຖຸດິບ ຫວຽດນາມ ຈະໄດ້ຮັບການຈັດຕັ້ງແຕ່ວັນທີ 23 – 25 ສິງຫາ

ງານຕະຫຼາດນັດມີການເຂົ້າຮ່ວມຂອງວິສາຫະກິດ ກ່ວາ 100 ແຫ່ງ ດ້ວຍຮ້ານວາງສະແດງ 429 ຮ້ານ, ໃນນັ້ນມີ 79 ວິສາຫະກິດມາຈາກຫຼາຍປະເທດ ແລະ ເຂດແຄ້ວນຄື: ຈີນ, ອັງກິດ, ຝຣັ່ງ… ໃນຂອບເຂດງານຕະຫຼາດນັດຈະທີ່ດຳເນີນ 2 ເຫດການແມ່ນ: ກອງປະຊຸມສຳມະນາ “ແບ່ງປັນບົດຮຽນໃນການຍົກສູງສະມັດຕະພາບຮອບດ້ານໃນຂະແໜງປຸງແຕ່ງໄມ້”, ໂດຍສະມາຄົມວິຈິດສິນ ແລະ ປຸງແຕ່ງໄມ້ນະຄອນ ໂຮ່ຈີມິນ ສົມທົບກັບໂຄງການ SCORE ຈັດຕັ້ງ; ຊຸດຮຽນແນະນຳການແບ່ງປະເພດໄມ້ ດ້ວຍການແນະນຳໂດຍກົງຂອງນັກຊ່ຽວຊານທີ່ມາຈາກ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ