(vovworld) - ໃນຂອບເຂດງານຕະຫຼາດນັດລາວ - ຫວຽດນາມ ປີ 2013, ຕອນເຊົ້າວັນທີ 19/07, ຢູ່ວຽງຈັນ, ອົງການການຄ້າສະຖານທູດຫວຽດນາມ ປະຈຳລາວ, ສະຫະສະມາຄົມຂະແໜງສິນຄ້າ ແລະ ບັນດາວິສາຫະກິດລາວ ພ້ອມກັບວິສາຫະກິດແຂວງ ເບ໋ນແຈ ແລະ ດົງນາຍ ໄດ້ຈັດງານພົບປະແລກປ່ຽນ, ຊອກຫາກາລະໂອກາດຊຸກຍູ້ການຮ່ວມມືລົງທຶນ, ການຄ້າລະຫວ່າງ 2 ປະເທດ. ທີ່ການພົບປະແລກປ່ຽນ, ບັນດາວິສາຫະກິດຫວຽດນາມ ປາດຖະໜາຢາກຮ່ວມມືກັບບັນດາວິສາຫະກິດລາວ ໃນຂົງເຂດຜະລິດສິນຄ້າສົ່ງອອກຄື: ການຢາ, ເຄື່ອງຕຳແຜ່ນຕັດຫຍິບ, ສິນໃນນ້ຳ... ບັນດາວິສາຫະກິດລາວ ສະເໜີໃຫ້ 2 ຝ່າຍສຸມໃສ່ຮ່ວມມືຜະລິດສິນຄ້າສຳລັບບັນດາຂົງເຂດທີ່ມີທ່າແຮງ, ມີຄຸນນະພາບສູງ, ມີກຳລັງແກ້ງແຍ່ງຢ່າງພຽງພໍ ແລະ ມີຄວາມຕ້ອງການສູງໃນຕະຫຼາດ; ພ້ອມກັນນັ້ນທັງ 2 ຝ່າຍຕ້ອງຄົ້ນຄວ້າຕະຫຼາດ, ຮີດຄອງປະເພນີຂອງກັນ ເພື່ອການພົວພັນແລກປ່ຽນການຄ້າສະດວກສະບ່າຍ, ມຸ່ງໄປເຖິງຈຸດໝາຍນຳວົງເງິນການຄ້າ 2 ສົ້ນບັນລຸລະດັບ 2 ຕື້ USD ໃນປີ 2015.