ການປະຊຸມຂ່າວອະທິບາບສັບປະດາກິດຈະກຳຂຽວຄັ້ງທີ 7
(ພາບ: tinmoitruong.vn)
(vovworld) - ວິສາຫະກິດ ຫວຽດນາມ ເຂົ້າຮ່ວມສັບປະດາກິດຈະກຳຂຽວຢູ່ປະເທດ ສິງກະໂປ. ຄະນະຈັດຕັ້ງສັບປະດາກິດຈະກຳຂຽວປີ 2015 ໄດ້ໝາຍບັນຊີລາຍຊື່ວິສາຫະກິດ ຫວຽດນາມ 13 ແຫ່ງເຂົ້າຮ່ວມເຫດການດັ່ງກ່າວ. ເຂົ້າຮ່ວມສັບປະດາກິດຈະກຳຂຽວຄັ້ງທີ 7 ໃນປີນີ້, ນອກຈາກບັນດາວິສາຫະກິດອັນດັບໜຶ່ງຂອງ ຫວຽດນາມ ໃນຂົງເຂດກໍ່ສ້າງ ແລະ ວັດສະດຸກໍ່ສ້າງ, ຍັງມີການເຂົ້າຮ່ວມຂອງ 2 ອົງການສື່ມວນຊົນຂັ້ນສູນກາງເຊັ່ນ: ສະຖານີໂທລະພາບ ແລະ ສຳນັກຂ່າວສານຫວຽດນາມ. ສັບປະດາກິດຈະກຳຄັ້ງທີ 7 ຈະດຳເນີນຢູ່ ສິງກະໂປ ໃນລະຫວ່າງວັນທີ 31/8 ເຖິງວັນທີ 6/9. ເຫດການນີ້ ດຶງດູດການເຂົ້າຮ່ວມຂອງປະມານ 30.000 ຄົນ ມາຈາກ 55 ປະເທດ ແລະ ເຂດແຄ້ວນໃນໂລກ.