ວິສາຫະກິດຫວຽດນາມແລະລາວໄດ້ຮັບລາງວັນປະເສີດ
ບັນດາວິສາຫະກິດໄດ້ຮັບລາງວັນ
(vovworld) – ຕອນຄຳ່ວັນທີ 22/2, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດຂຶ້ນພິທີມອບລາງວັນອັນປະເສີດໃຫ້ເກືອບ 300 ວິສາຫະກິດດີເດັ່ນຂອງ ຫວຽດນາມ ແລະ ລາວ. ພິທີມອບລາງວັນໄດ້ຖືກຖ່າຍທອດສົດທາງໂທລະພາບໃນຊ່ອງ 3, ໂທລະພາບແຫ່ງຊາດ ລາວ. ບັນຊີລາຍຊື່ວິສາຫະກິດໄດ້ຮັບລາງວັນໃນຄັ້ງນີ້ລວມມີ 300 ວິສາຫະກິດດີເດັ່ນໃນບັນດາຂົງເຂດຄື: ຄົ້ນຄ້ວາ, ບຳລຸງສ້າງ, ຄຸ້ມຄອງ, ຜະລິດດຳເນີນທຸລະກິດ, ປົກປັກຮັກສາສິ່ງແວດລ້ອມ, ປະຕິບັດວຽກງານຮັບປະກັນຊີວິດສັງຄົມເປັນຢ່າງດີ ແລະ ມີກາລະໂອກາດບື່ນຕົວຂຶ້ນຢູ່ຕະຫຼາດສາກົນ. ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ “Top 100 ວິສາຫະກິດດີເດັ່ນ”, “Top 100 ເຄື່ອງໝາຍການຄ້າບໍລິການ, ຜະລິດຕະພັນເຊື່ອມໂຍງເຂົ້າກັບສາກົນ” ແລະ “Top 100 ນັກຄຸ້ມຄອງມີຄວາມສາມາດ ແລະ ຄຸນສົມບັດ”. ເມື່ອໄດ້ຮັບລາງວັນປີນີ້, ນອກຈາກບັນດາວິສາຫະກິດ ຫວຽດນາມ ຍັງມີ 10 ວິສາຫະກິດຂອງ ລາວ. ເນື່ອງໃນໂອກາດນີ້, ບັນດາວິສາຫະກິດ ຫວຽດນາມ ໄດ້ເລ້ຍລາຍເງິນໃຫ້ວຽກງານຮັບປະກັນຊີວິດສັງຄົມຢູ່ ລາວ ເປັນຈຳນວນເງິນນັບໝື່ນໂດລາສະຫະລັດ.