ວິສາຫະກິດອາເມລິກາແມ່ນຄູ່ຮ່ວມມືອັນດັບໜຶ່ງຂອງ ຫວຽດນາມ
ທ່ານປະທານປະເທດ ເຈືອງເຕີນຊາງ
(ພາບປະກອບ)
(vovworld) – ວິສາຫະກິດອາເມລິກາແມ່ນຄູ່ຮ່ວມມືອັນດັບໜຶ່ງຂອງ ຫວຽດນາມ ສິ່ງດັ່ງກ່າວໂດຍທ່ານປະທານປະເທດ ເຈືອງເຕີນຊາງ ຢັ້ງຢືນທີ່ການຕ້ອນຮັບປະທານສະພາບໍລິຫານສະພາວິສາຫະກິດ ອາເມລິກາ - ອາຊຽນ, ປະທານທັງເປັນຜູ້ອຳນວຍການ ACE Group ທ່ານ Evan Greenberg, ພ້ອມກັບຜູ້ຕາງໜ້າບາງວິສາຫະກິດ ອາເມລິກາ ໃນຕອນບ່າຍວັນທີ 29/10, ຢູ່ ຮ່າໂນ້ຍ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຕີລາຄາສູງບົດບາດຂອງສະພາວິສາຫະກິດ ອາເມລິກາ - ອາຊຽນ ໃນການປຸກລະດົມບັນດາວິສາຫະກິດສະມາຊິກເພີ່ມທະວີການລົງທຶນເຂົ້າ ຫວຽດນາມ, ພ້ອມທັງຊຸກຍູ້ບັນດາອົງການ ອາເມລິກາ ຮ່ວມມືກັບ ຫວຽດນາມ ໃນຂົງເຂດຕ່າງໆຂອງອົງການການຄ້າໂລກ (WTO), ສັນຍາຄູ່ຮ່ວມມືເສດຖະກິດເຂດປາຊີຟິກ (TPP).
ສ່ວນທ່ານປະທານສະພາວິສາຫະກິດ ອາເມລິກາ - ອາຊຽນ Evan Greenberg ສະເໜີໃຫ້ປະທານປະເທດພ້ອມກັບບັນດາກະຊວງ, ຂະແໜງການຕ່າງໆຂອງ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ບັນດານັກທຸລະກິດຊອກຫາກາລະໂອກາດລົງທຶນ. ທ່ານປະທານສະພາວິສາຫະກິດ ອາເມລິກາ - ອາຊຽນ ຢືນຢັນວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮຽກຮ້ອງບັນດາວິສາຫະກິດ ອາເມລິກາ ລົງທຶນເຂົ້າ ຫວຽດນາມ.