(VOVWORLD) - ກຸ່ມບໍລິສັດຜະລິດພະລັງງານແຖວໜ້າຢູ່ໄທ GULF ໄດ້ຊ່ວຍເຫຼືອເງິນ 1 ຕື້ດົ່ງ (ປະມານ 43.000 USD) ໃຫ້ປະຊາຊົນແຂວງເບັ໊ນແຈ ຂອງຫວຽດນາມເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດ Covid -19.
ພິທີມອບຮັບເງິນໜູນຊ່ວຍ (ພາບ: TTXVN) |
ເບັ໊ນແຈແມ່ນທ້ອງຖິ່ນແຫ່ງທີ 2 ຂອງຫວຽດນາມໄດ້ຮັບການຊ່ວຍເຫຼືອຈາກ GULF ເພື່ອຫຼຸດຜ່ອນຜົນກະທົບຂອງໂລກລະບາດ Covid -19. ກ່ອນໜ້ານັ້ນ, ກຸ່ມບໍລິສັດນີ້ ຍັງໄດ້ຊ່ວຍເຫຼືອເງິນ 2 ຕື້ (ປະມານ 85.000 USD)ໃຫ້ແກ່ປະຊາຊົນແຂວງນິງທ້ວນເພື່ອໜູນຊ່ວຍໃນການປ້ອງກັນ, ສະກັດກັ້ນໂລກລະບາດ.