ວາລະປະຊຸມຄັ້ງທີ 18, ຄະນະປະຈຳສະພາແຫ່ງຊາດຊຸດທີ 13
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 15/05, ໂດຍສືບຕໍ່ວາລະປະຊຸມຄັ້ງທີ 18, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຫງຟຸກ ໃຫ້ຮູ້ວ່າ ບົນພື້ນຖານການຄົ້ວຄວ້າ, ຮັບເອົາຄຳເຫັນປະກອບຂອງສະມາຊິກສະພາແຫ່ງຊາດ, ຕ້ອງຄິດໄລ່ເຖິງບັນດາເນື້ອໃນ ແລະ ໄລຍະເວລາດຳເນີນກອງປະຊຸມ, ວິທີການປະຕິບັດສຳລັບແຕ່ລະເນື້ອໃນ, ເວລາຄົ້ນຄວ້າເອກະສານຂອງສະມາຊິກສະພາແຫ່ງຊາດ, ຄາດວ່າ, ຫ້ອງວ່າການສະພາແຫ່ງຊາດຈະປັບປຸງບາງເນື້ອໃນຂອງກອງປະຊຸມ. ເຊິ່ງຕາມການຄາດນະເນແລ້ວ, ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຈະຖືກໄຂຂຶ້ນໃນວັນທີ 20/05, ເວລາດຳເນີນກອງປະຊຸມແມ່ນ 33 ວັນ. ຜ່ານການປຶກສາຫາລື, ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີກັບບັນດາເນື້ອໃນກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ແລະ ເປັນເອກະພາບນຳກັນວ່າ ຕ້ອງກະກຽມຢ່າງລະອຽດ, ຮອບຄອບຖີ່ຖ້ວນ, ຮັບປະກັນໃຫ້ກອງປະຊຸມປະສົບຜົນສະເລັດ. ມີບາງຄຳເຫັນໄດ້ເຫັນດີກັບຂໍ້ສະເໜີຕ້ອງເພີ່ມວາລາປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຈາກ 0,5 ວັນ ຂຶ້ນເຖິງ 1 ວັນ ແລະ 1,5 ວັນ, ຍ້ອນນີ້ແມ່ນຮ່າງກົດໝາຍສຳຄັນ, ກ່ຽວຂ້ອງເຖິງຫຼາຍຂົງເຂດ, ຂະແໜງການ, ສົ່ງຜົນສະທ້ອນໂດຍກົງເຖິງຊີວິດການເປັນຢູ່ຂອງປະຊາຊົນ; ພ້ອມທັງຈັດວາງການປຶກສາຫາລືຢູ່ຕາມໜ່ວຍເພື່ອຮັບເອົາຄຳຄິດຄຳເຫັນຂອງສະມາຊິກສະພາແຫ່ງຊາດໄດ້ຫຼາຍກວ່າ. ທ່ານປະທານສະພາແຫ່ງຊາດ ຫວຽນຊິງຮຸ່ງ ສະເໜີວ່າ ວຽກງານກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຕ້ອງໄດ້ຮັບການກະກຽມເປັນຢ່າງດີ ແລະ ຮອບຄອບຖີ່ຖ້ວນ, ຮັບປະກັນໃຫ້ແກ່ກອງປະຊຸມຮັບຜົນສຳເລັດຖືກຕາມຄວາມມຸ້ງຫວັງຂອງປະຊາຊົນ; ເລື່ອງສ້າງລາຍການຂອງກອງປະຊຸມຕ້ອງໄດ້ຮັບການຄົ້ນຄວ້າ ມີວິທະຍາສາດ ແລະ ເໝາະສົມ.