ວາລະປະຊຸມຄັ້ງທີ 2 ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

ວາລະປະຊຸມຄັ້ງທີ 2 ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 1
ວາລະປະຊຸມຄັ້ງທີ 2 ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ
(ພາບ: Tri Dung/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 26/3, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ່ຈ້ອງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ເປັນ​ປະທານ​ວາລະ​ປະຊຸມ​ທີ 2 ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ທີ່​ວາລະ​ປະຊຸມ, ທ່ານ ຫງວຽນ​ບ໋າ​ແທງ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ວຽກ​ງານ​ພາຍ​ໃນ​ສູນ​ກາງ, ຮອງ​ຫົວໜ້າ​ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ສູນ​ກາງກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ​້ລາຍ​ງານ​ບັນດາ​: ຮ່າງ​​ລະບຽບ​ການເຮັດ​ວຽກ​ຂອງ​ຄະນະ​ຊີ້​ນຳ, ຂໍ້​ຕົກລົງ​ແບ່ງ​ງານ​ໃຫ້​ບັນດາ​ສະມາຊິກ​​ໃນຄະນະ​ຊີ້​ນຳ, ​ໂຄງການ​ເຮັດ​ວຽກ​ຈຸດ​ສຸມ​​ໃນ​ປີ 2013 ຂອງ​ຄະນະ​ຊີ້​ນຳ.​..​

ກ່າວ​ຄຳ​ເຫັນ​ສະຫຼຸບ​ວາລະ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ ຊີ້​ແຈງ​ວ່າ:  ​ເລື່ອງ​ສ້າງ​ຮ່າງລະບຽບ​ການ​ເຮັດ​ວຽກ​ດ້ວຍ​ເນື້ອ​ໃນຈິດ​ໃຈ​ລວມ​ແມ່ນ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຄະນະ​ຊີ້​ນຳກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ເງື່ອນ​ໄຂ​ໃໝ່ຢ່າງ​ສຸດຂີດ. ​ເນື້ອ​ໃນ​​ລະບຽບ​ການຕ້ອງ​ໄດ້​ຮັບ​ການ​ສ້າງຂຶ້ນ ຖືກ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຊີ້​ນຳ, ກຳນົດ​ລະອຽດ​ຂອບ​ເຂດ​ວຽກ​ງານ​ຂອງ​ຄະນະ​ຊີ້​ນຳ, ຄະນະ​ປະຈຳ​ຄະນະ​ຊີ້​ນຳ, ອົງການ​ປະຈຳ​ຄະນະ​ຊີ້​ນຳ. ກ່ຽວ​ກັບ​ໂຄງການ​ວຽກ​ງານ​ປີ 2013, ທ່ານ​ເລຂາທິການ​ໃຫຍ່ ຮຽກຮ້ອງ​ວ່າ​ຕ້ອງ​ກຳນົດ​ລະອຽດ​ບັນດາ​ວຽກ​ງານ​ຄວນ​ໄດ້​ຮັບ​ການ​ສຸມ​ໃສ່​ປະຕິບັດ​ແຕ່​ນີ້​ຮອດ​ທ້າຍ​ປີ​ບົນ​ພື້ນຖານ​ອີງ​ໃສ່​​​ໂຄງການ​ເຮັດ​ວຽກ, ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ:

“ກວດກາ​ຄືນ, ສ້າງ​ເນື້ອ​ໃນ​ໂຄງການ​ວຽກ​ງານ​ແຕ່​ນີ້​ຮອດ​ທ້າຍ​ປີ, ກຳນົດ​ບາງ​ເນື້ອ​ໃນ​ຈຸດ​ສຸມ​ຄວນ​ໄດ້​ຮັບ​ການ​ປະຕິບັດ​. ສ້າງ​ລະບຽບ​ການທີ່​ຍັງ​ຂາດ​ເຂີນ​ຄື: ກົດ​ລະບຽບ​ການ​ເຮັດ​ວຽກ​ຂອງ​ຄະນະ​ວຽກ​ງານ​ພາຍ​ໃນ​ສູນ​ກາງ, ​ລະບຽບການ​ສົມທົບ​ຂອງ​ຄະນະ​ວຽກ​ງານ​ພາຍ​ໃນ​ສູນ​ກາງ. ຫຼື​ວ່າ​ບາງ​ວຽກ​ງານ​ທີ່​ພວມ​ຕິດ​ຂັດ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຄື: ບັນຫາ​ຫັນ​ເປັນ​ກະ​ຈ່າງ​​ແຈ້ງ, ​ເປີດ​ເຜີຍ​ການ​ແຈ້ງ​ຊັບ​ສົມບັດ...​”

 

ຂ່າວ/ບົດ​ອື່ນ