ວາລະປະຊຸມຄົບຄະນະຄັ້ງທີ 4 ສະພາຊົນເຜົ່າຂອງ ສະພາແຫ່ງຊາດ ຫວຽດນາມ

ວາລະປະຊຸມຄົບຄະນະຄັ້ງທີ 4 ສະພາຊົນເຜົ່າຂອງ ສະພາແຫ່ງຊາດ ຫວຽດນາມ - ảnh 1

ທ່ານ Ksor Phuoc ປະທານ​ສະພາ​ຊົນ​ເຜົ່າ

(ພາບ:baoquangninh.com.vn)

(TTX)- ຕອນ​ເຊົ້າວັນ​ທີ 24/9, ຢູ່​ຮ່າ​ໂນ້ຍ, ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້ ​ໄຂ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 4 ດ້ວຍ​ຫຼາຍ​ເນື້ອ​ໃນ​ສຳຄັນ, ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13. ທ່ານ Ksor Phuoc ກຳມະການຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ປະທານ​ສະພາ​ຊົນ​ເຜົ່າ​ໃຫ້​ຮູ້​ວ່າ: ​ແຕ່​ວັນ​ທີ 24-28/9, ສະພາ​ຈະ​ສົມທົບ​ກວດກາ ​ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງກົດໝາຍ 12 ສະບັບ ​ແລະ ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ແຕ່​​ສະ​ໄໝປະຊຸມ​​​ເທື່ອ​ທີ 3 ຫາ​​ສະ​ໄໝປະຊຸມ​​ເທື່ອ​ທີ 4 ​ແລະ ຄາດ​ຄະ​ເນ​ລາຍການ​ເຄື່​ອນ​ໄຫວ​ແຕ່ສະ​ໄໝປະຊຸມ​​​ເທື່ອ​ທີ 4 ຫາ​​ສະ​ໄໝປະຊຸມ​​ເທື່ອ​ທີ 5,​ ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຂອງ​ສະພາ.

   ​ໃນ​ການ​ປຶກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການສະ​ສົມ​ແຫ່ງ​ຊາດ, ຄຳ​ເຫັນ​ຂອງ​ຫຼາຍ​ທ່ານ​ໃນ​ສະພາ​ຊົນ​ເຜົ່າ​ໄດ້​ສະ​ເໜີ​ວ່າ​ແຫຼ່ງສະ​ສົມ​ແຫ່ງ​ຊາດ​ພຽງ​ແຕ່​ສຸມ​ໃສ່​ໃຫ້​ຈຸດໝາຍ​ປ້ອງ​ກັນ, ຕ້ານ ​ແລະ ​ແກ້​ໄຂ​ບັນດາ​ຜົນ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ, ອັກຄິ​ໄຟ​, ​ໂລກລະບາດ; ຮັບ​ມື​ກັບ​ບັນດາ​ບັນຫາ​ປ້ອງ​ກັນຊາ​ດປ້ອງ​ກັນຄວາມ​ສະຫງົບ​, ກໍລະນີ​ຮີບ​ດ່ວນ, ໜັກໜ່ວງ​ພິ​ເສດ. ບັນດາ​ຄຳ​ເຫັນ​ກໍ່​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ດັດ​ປັບ​ຂໍ້​ກຳນົດ​ບັນຊີ​ລາຍ​ຊື່​ສິນຄ້າ​ສະ​ສົມ​ແຫ່ງ​ຊາດ​ຕາມ​ທິດ: ຮັດ​ແຄບ​ຂອບ​ເຂດ​ສິນຄ້າ, ມອບ​ໃຫ້​ລັດຖະບານ​ກຳນົດ​ລະອຽດ​ກ່ຽວ​ກັບ​ສິນຄ້າ​ຮັບ​ໃຊ້​ໃຫ້​ແກ່​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ.

 

 

ຂ່າວ/ບົດ​ອື່ນ