ວາລະປະຊຸມຄົບຄະນະຄັ້ງທີ 6 ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
|
(vovworld) - ຕ້ອງສັງເກດຄືນບັນດາການກະທົບກໍ່ຄືມູນຄ່າ, ຄວາມໝາຍເສດຖະກິດ, ວັດທະນະທຳຂອງເຫຼົ້າ, ເບຍ ໃນຊິວິດການເປັນຢູ່ເມື່ອສ້າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກເຫຼົ້າ, ເບຍ. ນີ້ແມ່ນເນື້ອໃນໂດຍບັນດາຜູ້ແທນຍົກອອກມາພາຍຫຼັງທີ່ກະຊວງສາທາລະນະສຸກ ລາຍງານໂຄງການສ້າງກົດໝາຍວ່າດ້ວຍສາທາລະນະສຸກປີ 2018 ຢູ່ວາລະປະຊຸມຄົບຄະນະຄັ້ງທີ 6, ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ໃນວັນທີ 28/4. ຮັບຮູ້ບັນດາຄຳເຫັນປະກອບຂອງບັນດາສະມາຊິກສະພາແຫ່ງຊາດ, ທ່ານ ຫງວຽນທິກິມຕ໋ຽນ, ລັດຖະມົນຕີກະຊວງສາທາລະນະສຸກ ຖືວ່າ: ແຕ່ດົນນານມາແລ້ວ ອົງການອະນາໄມໂລກ ໄດ້ກ່າວເຕືອນບັນດາຜົນຮ້າຍຂອງເຫຼົ້າ, ເບຍ ສຳລັບສຸຂະພາບຂອງມະນຸດ, ດັ່ງນັ້ນ, ຕ້ອງມີກົດໝາຍເພື່ອແນໃສ່ຄວບຄຸມສະພາບການສວຍໃຊ້ເຫຼົ້າ, ເບຍ. ກະຊວງສາທາລະນະສຸກ ກໍ່ສະເໜີກ່ຽວກັບກົດໝາຍວ່າດ້ວຍປະຊາກອນ ກັບບັນດາຂໍ້ກຳນົດການຮັກສາລະດັບການເກີດທົດແທນ ແລະ ກຳນົດກ່ຽວກັບຈຳນວນລູກ, ກຳນົດເພື່ອຄວບຄຸມລະດັບການເພີ່ມທະວີອັດຕາສ່ວນເພດເມື່ອເກີດ, ຫລຸດຜ່ອນການຂາດຄວາມດຸ່ນດ່ຽງເພດ.