ວາລະປະຊຸມທີ 14 ຂອງຄະນະປະຈຳ ສະພາແຫ່ງຊາດຊຸດທີ 13
ວາລະປະຊຸມທີ 14 ຄະນະປະຈຳສະພາແຫ່ງຊາດ
(ພາບ: chinhphu.vn)
ວັນທີ 15/01, ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກມື້ທີ 2 ຂອງວາລະປະຊຸມທີ 14. ໃນລະຫວ່າງວັນທີ 14 – 16/01, ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນກ່ຽວກັບບັນດາບັນຫາໃຫຍ່ທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຫຼີກລ້ຽງ, ຫຼຸດຜ່ອນໄພທຳມະຊາດ; ຮ່າງກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ພິເສດ, ຄະນະປະຈຳສະພາແຫ່ງຊາດ ຈະປຶກສາຫາລື ແລະ ຮັບຮອງເອົາ ມະຕິແນະນຳການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການລົງຄະແນນສຽງໄວ້ວາງໃຈ ແລະ ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ.