ວຽກງານຂົນຂວາຍປະຊາຊົນປັບປຸງແລະເພີ່ມທະວີການພົວພັນລະຫວ່າງພັກລັດກັບປະຊາຊົນ

ວຽກງານຂົນຂວາຍປະຊາຊົນປັບປຸງແລະເພີ່ມທະວີການພົວພັນລະຫວ່າງພັກລັດກັບປະຊາຊົນ - ảnh 1
ພິ​ທີ​ສະ​ເຫຼີມ​ສະຫຼອງ 85 ປີ ​ແຫ່ງວັນ​ມູນ​ເຊື້ອ​ວຽກ​ງານ
​​ຂົນ​ຂວາຍ​ປະ​ຊາ​ຊົນ​ຂອງ​ພັກ ( 15/10/1930-15/10/2015 )
(ພາຍ:qdnd.vn )

(vovworld)-  ​​ຕອນ​ເຊົ້າ, ວັນ​ທີ 3/10 ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 85 ປີ ​ແຫ່ງວັນ​ມູນ​ເຊື້ອ​ວຽກ​ງານ​​ຂົນ​ຂວາຍ​ປະ​ຊາ​ຊົນ​ຂອງ​ພັກ ( 15/10/1930-15/10/2015 ), ຕ້ອນ​ຮັບຫຼຽນ​ໄຊ ໂຮ່​ຈີ່​ມິນ ແລະ ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ, ຍ້ອງ​ຍໍ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ “ຂົນ​ຂວາຍ​ປະ​ຊາ​ຊົນ​ຢ່າງ​ມີ​ພິກ​ໄຫວ” ໄລ​ຍະ 2011-2015. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ ເລ​ຮົ່ງ​ແອງ, ຜູ້ປະ​ຈຳ​​ການຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ ຢັ້ງ​ຢືນ​ວ່າ: ໃນ​ວິ​ວັດ​ການ​ນຳ​ພາປະ​ຕິ​ວັດ, ພັກ​ຄອມ​ມູ​ນິດ​ຫວຽດ​ນາມ​ ຍາມ​ໃດ​ກໍ່​ກຳ​ນົດ​ເອົາ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ແມ່ນ​ໜ້າ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ແມ່ນ​ສິ່ງ​ສຳ​ຄັນ​​ເພື່ອຮັບ​ປະ​ກັນ​ໃຫ້​ການ​ນຳ​ພາ​ຂອງ​ພັກ, ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ພັກ, ລັດກັບ​ປະ​ຊາ​ຊົນ. ທ່ານ​ເລ​ຮົ່ງ​ແອງ ຊີ້​ແຈ້ງວ່າ:

“​ຄວນສືບ​ຕໍ່​ຄົ້ນ​ຄວ້າ​​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ ແລະ ປະ​ຕິ​ບັດ​ມະ​ຕິ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ໃຫ້​​ເປັນ​ຢ່າງດີ ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ ແລະ ປ່ຽນ​ໃໝ່​ການ​ນຳ​ພາ​ຂອງ​ພັກ​ ສຳ​ລັບ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໃໝ່. ຄະ​ນະ​ພັກ​ທຸກ​ຂັ້ນ​ຄວນ​ສືບ​ຕໍ່​ປ່ຽນ​ໃໝ່​ເນື້ອ​ໃນ, ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ກ່ຽວ​ກັບ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ ແລະ ບັນ​ດາ​ຂະ​ບວນ​ການ​ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ປຸກ​ລະ​ດົມ. ພ້ອມ​ທັງ​ສືບ​ຕໍ່​ຊາບຊຶມ​ຄຳ​​ສັ່ງສອນ​ຂອງ​ປະ​ທານ​ໂຮ່​ຈີ່​ມິນ​ໃຫ້​ເລິກ​ເຊິ່ງ ​ກ່ຽວ​ກັບ​ການ​ແຂ່ງ​ຂັນ​ຮັກ​ຊາດ,  ແລະ ການ​ແຂ່ງ​ຂັນ​ຮັກ​ຊາດ​ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​​ຢ່າງເປັນ​ປົກ​ກະ​ຕິ”

ຂ່າວ/ບົດ​ອື່ນ