ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງຄວນປະຕິບັດຢ່າງແຮງແລະຂ້ຽວຂາດກວ່າ

(VOVWORLD) -ໄລຍະຜ່ານມາ ປະຊາຊົນໃນທົ່ວປະເທດໄດ້ສະແດງຄວາມເຊື່ອໝັ້ນຕໍ່ໝາກຜົນການຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງຂອງພັກ ແລະ ລັດຫວຽດນາມ. 

ພິເສດ ໃນບາງຄະດີໃຫຍ່ມີລັກສະນະຮ້າຍແຮງ ດ້ວຍຂອບຂະຫນາໃຫຍ່ ແລະ ສັບສົນ ໄດ້ຮັບຄວາມສົນໃຈຈາກຫາງສຽງ ແລະ ໄດ້ນຳມາພິພາກສາ. ທ່ານ ບູ່ຍດຶກຊາງ ຢູ່ ເມືອງ ເຕີນຟູ ນະຄອນ ໂຮ່ຈິມີນ ປາດຖະຫນາວ່າ ໃນໄລຍະຈະມາເຖິງ ພັກ, ລັດ ປະຕິບັດວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ໃຫ້ຂ້ຽວຂາດກວ່າ

        “ຂ້າພະເຈົ້າຊົມເຊີຍການຊີ້ນຳນຳພາຂອງພັກ, ລັດ ໃນໄລຍະຜ່ານມາ ແມ່ນມີຄວາມຜັນປ່ຽນ, ປະຕິບັດວຽກງານປ້ອງກັນ ຕ້ານການສໍ້ລາດບັງຫລວງເປັນຢ່າງດີ. ຂ້າພະເຈົ້າກໍ່ຊົມເຊີຍເລື່ອງນຳບັນດາຄະດີສໍ້ລາດບັງຫລວງ ມາພິພາກສາໃນໄລຍະຜ່ານມາ ແລະ ປາດຖະຫນາວ່າ ວຽກງານນີ້ຈະສືບຕໍ່ຮັກສາເປັນປະຈຳ, ບໍ່ມີຂອບເຂດເກືອບຫ້າມ. ເລື່ອງແຈ້ງຊັບສົມບັດຈາກສູນກາງລົງຮອດທ້ອງຖິ່ນ ຕ້ອງມີຄວາມເປີດເຜີຍ ຈະແຈ້ງຈຶ່ງບັນລຸປະສິດທິຜົນໄດ້.”

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ