ສິງກະໂປ ຢືນຢັນຫຼັກໝັ້ນ ກ່ຽວກັບການພິພາດອະທິປະໄຕຢູ່ອາຊີຕາເວັນອອກສ່ຽງໃຕ້

ສິງກະໂປ ຢືນຢັນຫຼັກໝັ້ນ ກ່ຽວກັບການພິພາດອະທິປະໄຕຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ
(ພາບອີນເຕີແນດ)


(vovworld) - ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຢືນຢັນ​ວ່າ ສິງກະ​​ໂປ ມີ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຕໍ່​ບັນດາ​ການ​ພິພາດ​ລະຫວ່າງ​ຈີນ ​ແລະ ບາງ​ປະ​ເທດ​ຂຶ້ນ​ກັບ​ອາຊຽນ. ກ່າວ​ຄຳ​ເຫັນຕໍ່​ວົງ​ການ​ນັກ​ຂ່າວ​​ສິງກະ​ໂປ ເມື່ອ​ວັນ​ທີ 26 ສິງຫາ ​ເນື່ອງ​ໃນ​ໂອກາດ​ໄປຢ້ຽມຢາມ​ຈີນ ຢ່າງ​ເປ​ັນທາງ​ການ, ທ່ານ ຫຼີຊຽນຫຼົງ ຢືນຢັນ​ວ່າ ສິງກະ​ໂປ ຮັກສາ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ສະ​ແດ​ງຄວາມ​ປາດ​ຖະໜາ​ວ່າ ທຸກ​ໆປະ​ເທດ​ຈະປອງ​ດອງ​ກັນ ​ແລະ ລະງັບ​ໃຈ, ພ້ອມ​ທັງ​ຮັກສາ​ສັນຕິພາບ, ບໍ່​ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ການ​ນຳ​ສິງກະ​​ໂປ ຊີ້​ແຈ້ງວ່າ ທຸກໆ​ປະ​ເທດ​ໃນ​ພາກ​ພື້ນ​ຈະ​ຖືກ​ຜົນ​ສະທ້ອນ​ບໍ່​ດີ ຖ້າ​ຫາກ​ມີ​ຄວາມ​ເຄັ່ງ​ຕຶງ ຫຼື ການ​ປະ​ທະ​ກັນ. ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ ​ໃຫ້​ຮູ້​ວ່າ ທີ່​ການ​ພົບ​ປະ​ກັບ​ຜູ້​ຮ່ວມ​ຕຳ​ແໜ່​ງຈີນ ຫຼີ​ເຄີຊຽງ ​ໃນຕອນ​ເຊົ້າ​ວັນ​ທີ 26 ສິງຫາ, 2 ຝ່າຍ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ຫຼາຍ​ບັນ​ກາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພົວພັນ 2 ຝ່າຍ. 2 ຝ່າຍ​ກໍ່​ປຶ​ກສາ​ຫາລື​ບັນດາ​ບັນຫາ​ພາກ​ພື້ນ ​ຄື​ສະ​ເໜີ​ພິຈາລະນາ​ຄືນ​ສັນຍາ​ການ​ຄ້າ​ເສລີ​ອາ​ຊຽນ - ຈີນ ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ຢູ່​ທະ​ເລ​ຕາ​ເວັນ​ອອກ.
ຂ່າວ/ບົດ​ອື່ນ