ສິງກະໂປຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ

ສິງກະໂປຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ - ảnh 1
 ທ່ານ​ນາງ Halimah Yacob ແລະ ທ່ານ ຫງວຽນ​ທ້ຽນ​ເຍິນ
(ພາບ: VGP/Từ Lương)

(vovworld) - ຕອນ​ເຊົ້າ ວັນ​ທີ 3/4/2015, ທີ່​ການ​ຕ້ອນຮັບ​ປະທານ​ສະພາ​ແຫ່ງ​ຊາດ​ສິງກະ​ໂປ, ທ່ານ​ນາງ Halimah Yacob, ພວມ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ທ່ານ ຫງວຽນ​ທ້ຽນ​ເຍິນ ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຢັ້ງຢືນ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ​ແມ່ນຖື​ເປັນ​ສຳຄັນ ​ແລະ ຈະມານະ​ພະຍາຍາມຈົນ​ສຸດ​ຄວາມ​ສາມາດ​ຂ​ອງຕົນ​ພ້ອມ​ກັບ​ສິງກະ​ໂປ​ ສືບ​ຕໍ່​ນຳ​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ, ມີ​ປະສິດທິ​ຜົນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ 2 ປະ​ເທດ ​ແລະ ປະກອບສ່ວນ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ສິງກະ​ໂປ​ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຫວຽດນາມ​ໃນ​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ, ໜູນ​ຊ່ວຍ​ດ້ານ​ເຕັກນິກ, ບຳລຸງ​ສ້າງ​ພັດທະນາ​​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ດຶງ​ດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ.

    ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ທ່ານ​ນາງຮອງປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ກໍ່​ໄດ້​ຕ້ອນຮັບ ປະທານ​ສະພາ​ແຫ່ງ​ຊາດ​ສິງກະ​ໂປ ທ່ານນາງ Halimah Yacob. ທ່ານ​ນາງຮອງປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ຢັ້ງຢືນ​ວ່າ : ການ​ມາ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ສິງ​ກະໂປ​ໃນ​ຄັ້ງ​ນີ້ ​ແມ່ນ​ຊ່ວຍ​ປັບປຸງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ໃຫ້​ເຂົ້າ​ສູ່​ລວງ​ເລິກ​ກວ່າ​ອີກ. ທ່ານນາງ Halimah Yacob ປະທານ​ສະພາ​ແຫ່ງ​ຊາດ​ສິງ​ກະໂປ ກໍ່​ໄດ້​ຊົມ​ເຊີຍ​ຫວຽດນາມ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ ສະຫະພັນ​ລັດຖະສະພາ​ສາກົນ ຄັ້ງ​ທີ 132 ປະສົບ​ຜົນສຳ​ເລັດ.


ຂ່າວ/ບົດ​ອື່ນ