ເຮືອບິນສູ້ຮົບຂອງສິງກະໂປ
(ພາບ: Aircraftinformation)
(vovworld) – ວັນທີ 3/11, ສິງກະໂປ ປະກາດຈະໜູນຊ່ວຍດ້ານການທະຫານໃຫ້ແກ່ສຳພັນທະມິດສາກົນ ຊື່ງປະຈຸບັນມີ 33 ປະເທດຕ້ານກຳລັງ “ລັດອິດຊະລາມ“ ອ້າງຊື່ເອງ (IS) ໂດຍອາເມລິກາ ນຳໜ້າແຕ່ຈະບໍ່ເຂົ້າຮ່ວມບັນດາການເຄື່ອນໄຫວສູ້ຮົບ. ກ່າວຄຳເຫັນຕໍ່ສະພາແຫ່ງຊາດສິງກະໂປ, ທ່ານ Ng Eng Hen ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ ໃຫ້ຮູ້ວ່າ: ກຳລັງປະກອບອາວຸດສິງກະໂປ ຈະສົ່ງນາຍທະຫານໄປຍັງກອງບັນຊາສູນກາງອາເມລິກາ ແລະ ສຳນັກບັນຊາການສູ້ຮົບຂອງກຳລັງທະຫານປະສົມ, ປະຈຸບັນພວມນຳໜ້າໃນບັ້ນບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍຂອງ IS ຢູ່ອີຣັກ ແລະ ຊີຣີ.
ໃນວັນດຽວກັນ, ໂຄສົກຂອງອຳນາດການປົກຄອງເຂດຊາວເກີດ ທ່ານ Nouri Othman Sinjari ໃຫ້ຮູ້ວ່າ: ຊາວເຜົ່າສ່ວນໜ້ອຍ Yazidi ປະມານ 230 ຄົນ ໄດ້ປ່ອຍຕົວເປັນອິດສະຫລະ ພາຍຫຼັງຖືກບັນດາມືປືນ IS ຈັບຕົວຄຸມຂັງເປັນເວລາຫຼາຍເດືອນ ຊື່ງໃນນັ້ນມີແມ່ຍິງປະມານ 150 ຄົນ ແລະ ເດັກນ້ອຍຫຼາຍຄົນ./.