(vovworld) – ຕາມແຈ້ງການຂອງຫ້ອງວ່າການນາຍົກລັດຖະມົນຕີ ສິງກະໂປ ແລ້ວ, ທ່ານອະດີດນາຍົກລັດຖະມົນຕີ ຫຼີກຸງຢູ, ໄດ້ເຖິງແກ່ມໍລະນະກຳໃນເວລາ 3ໂມງ18ນາທີຂອງວັນທີ 23/3, ລວມອາຍຸ 91 ປີ.
ຫ້ອງວ່າການນາຍົກລັດຖະມົນຕີ ສິງກະໂປ (PMO) ໃຫ້ຮູ້ວ່າ: ພິທີໄຫວ້ອາໄລລະດັບຊາດທ່ານອະດີດນາຍົກລັດຖະມົນຕີ ຫຼີກຸງຢູ ຈະຈັດຕັ້ງໃນເວລາ 14ໂມງວັນທີ 29/3 (ຕາມເວລາທ້ອງຖິ່ນ, ກົງກັບ 13ໂມງ ຕາມເວລາ ຫວຽດນາມ) ຢູ່ສູນວັດທະນະທຳ, ມະຫາວິມະຍາໄລແຫ່ງຊາດ ສິງກະໂປ.
ພາຍຫຼັງໄດ້ຮັບຂ່າວທ່ານ ຫຼີກຸງຢູ ເຖິງແກ່ມໍລະນະກຳ, ທ່ານເລຂາທິການໃຫຍ່ ສປຊ Ban Ki-moon, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Tony Abbott ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ John Key ໄດ້ສົ່ງໂທລະເລກສະແດງການແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງຄອບຄົວ, ລັດຖະບານ ແລະ ປະຊາຊົນ ສິງກະໂປ.
ທ່ານ ຫຼີກຸງຢູ ແມ່ນນາຍົກລັດຖະມົນຕີຄົນທຳອິດຂອງ ສິງກະໂປ ແລະ ແມ່ນພໍ່ຂອງທ່ານນາຍົກລັດຖະມົນຕີຄົນປະຈຸບັນຂອງ ສິງກະໂປ ຫຼີຊຽນຫຼົງ ຄົນໃໝ່. ທ່ານເປັນຜູ້ທີ່ມີການອຸທິດສ່ວນນຳ ສິງກະໂປ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດຮັ່ງມີທີ່ສຸດຂອງ ອາຊີ ພຽງແຕ່ໃນຮອບເວລາ 3 ທົດສະວັດ. ທ່ານເຄີຍດຳລົງຕຳແໜ່ງໜ້າທີ່ເປັນນາຍົກລັດຖະມົນຕີແຕ່ປີ 1959 ມາຮອດປີ 1990, ທ່ານ ຫຼີກຸງຢູ ໄດ້ຮັບຖືວ່າເປັນຜູ້ທີ່ມີອິດທິພົນດ້ານການເມືອງຢູ່ ສິງກະໂປ.
ການນຳຫວຽດນາມ ສົ່ງໂທລະເລກສະແດງການແບ່ງເບົາຄວາມເສົ້າສະຫຼົດໃຈກ່ຽວກັບເລື່ອງທ່ານ ຫຼີກຸງຢູເຖິງແກ່ມໍລະນະກຳ
–ໂດຍໄດ້ຮັບຂ່າວວ່າ: ທ່ານ ຫຼີກຸງຢູ, ອະດີດນາຍົກລັດຖະມົນຕີ ສິງກະໂປ ເຖິງແກ່ມໍລະນະກຳ, ວັນທີ 23/3, ທ່ານເລຂາທິການໃຫຍ່ຄະນະບໍລິຫານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸ໋ຈ້ອງ ໄດ້ສົ່ງໂທລະເລກສະແດງການແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານ ຫຼີຊຽງຫຼົງ, ເລຂາທິການໃຫຍ່ພັກກະທຳປະຊາຊົນ ສິງກະໂປ. ທ່ານປະທານປະເທດ ຫວຽດນາມ ເຈືອງເຕິນຊາງ ໄດ້ສົ່ງໂທລະເລກສະແດງການແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານ Tony Tan Keng Yam, ປະທານາທິບໍດີ ສິງກະໂປ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິນຢຸງ ໄດ້ສົ່ງໂທລະເລກສະແດງການແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານ ຫຼີຊຽງຫຼົງ, ນາຍົກລັດຖະມົນຕີ ສິງກະໂປ.
ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ກໍ່ໄດ້ສົ່ງໂທລະເລກສະແດງການແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງ ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ສິງກະໂປ K.Shanmugam.