ສິງກະໂປເປີດກວ້າງ “ເຂດຈັດເຫດການພິເສດ” ໃຫ້ແກ່ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ

(VOVWORLD) -ວັນທີ 05 ມິຖຸນາ, ສິງກະໂປ ໄດ້ເພີ່ມເຕີ່ມເກາະພັກຜ່ອນບຳລຸງສຸຂະພາບ Sentosa, ທາງພາກໃຕ້ຂອງປະເທດນີ້ ເຂົ້າໃນບັນຊີລາຍຊື່ບັນດາເຂດຈັດເຫດການພິເສດ ແນໃສ່ຮັບໃຊ້ໃຫ້ແກ່ກອງປະຊຸມສຸດຍອດຈະມາເຖິງລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un.

ສິງກະໂປເປີດກວ້າງ “ເຂດຈັດເຫດການພິເສດ” ໃຫ້ແກ່ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ - ảnh 1ສິງກະໂປເປີດກວ້າງ “ເຂດຈັດເຫດການພິເສດ” ໃຫ້ແກ່ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ

(ພາບ: reuters.com)

ຕາມຂໍ້ມູນຂ່າວທີ່ໄດ້ລົງທາງອິນເຕີແນັດຂອງລັດຖະບານສິງກະໂປ ແລ້ວ, ເກາະພັກຜ່ອນບຳລຸງສຸຂະພາບດັ່ງກ່າວ ແລະ ບໍລິເວນທະເລ 1 ກ.ມ ນັບຈາກຝັ່ງທະເລທາງທິດຕາເວັນຕົກສ່ຽງໃຕ້ ຂອງເກາະ ແລະ ເສັ້ນທາງເຊື່ອມຕໍ່ຈາກ Habour Front ໄປເຖິງເກາະດັ່ງກ່າວກໍ່ນອນໃນເຂດຈັດເຫດການພິເສດ. ຢູ່ໃຈກາງເຂດດັ່ງກ່າວ, ຜູ້ໄປມາ ແລະ ຍານພາຫະນະເຂົ້າ - ອອກຈະຖືກກວດກາຢ່າງເຄັ່ງຄັດ. ພ້ອມກັນນັ້ນ, ບັນດາລະບົບກ່າວເຕືອນ ແລະ ເຮືອບິນບັນຊາຈາກທາງໄກ ກໍ່ໄດ້ຮັບການຜັນຂະຫຍາຍ ແນໃສ່ຮັບປະກັນຄວາມປອດໄພໃຫ້ເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ