ສັງຄົມບໍ່ນຳໃຊ້ເງິນສົດ: ນະໂຍບາຍ ແລະ ພຶດຕິກຳຕົວຈິງ

(VOVWORLD) -ຕອນເຊົ້າວັນທີ 11 ມິຖຸນາ, ຢູ່ນະຄອນໂຮ່ຈິມິນ, ທະນາຄານແຫ່ງລັດຫວຽດນາມ, ກະຊວງຖະແຫຼງຂ່າວ - ສື່ສານ ແລະ ໜັງສືພິມ ຕວຍແຈ (ໄວໜຸ່ມ) ສົມທົບກັນຈັດກອງປະຊຸມສຳມະນາ “ສັງຄົມບໍ່ນຳໃຊ້ເງິນສົດ: ນະໂຍບາຍ ແລະ ພຶດຕິກຳຕົວຈິງຢູ່ຫວຽດນາມ”.

ສັງຄົມບໍ່ນຳໃຊ້ເງິນສົດ: ນະໂຍບາຍ ແລະ ພຶດຕິກຳຕົວຈິງ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ

(ພາບ: Tuoitre online)

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບທ່າອຽງບໍ່ນຳໃຊ້ເງິນສົດໃນບັນດາການຕິດຕໍ່ຄ້າຂາຍ, ນັບທັງການຊື້ຂາຍນ້ອຍທີ່ຮັບໃຊ້ຊີວິດປະຈຳວັນຂອງປະຊາຊົນ; ນະໂຍບາຍຂອງລັດ ເພື່ອຊຸກຍູ້ການເຄື່ອນໄຫວດັ່ງກ່າວ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ, ເນັ້ນໜັກວ່າ.

        “ພວກເຮົາພວມມຸ່ງໄປເຖິງສັງຄົມບໍ່ນຳໃຊ້ເງິນສົດ, ກ່ອນອື່ນໝົດແມ່ນຄວາມສະດວກ, ຫຼຸດຜ່ອນລາຍຈ່າຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ; ມີຄວາມກະແຈ່ງແຈ້ງໃນການເຄື່ອນໄຫວຂອງວິສາຫະກິດ, ຂອງພື້ນຖານເສດຖະກິດ, ລາຍຮັບຂອງປະຊາຊົນ, ຜ່ານນັ້ນປະກອບສ່ວນຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ຕ້ານການຟອກເງິນ…”

ຕອບກັບ

ຂ່າວ/ບົດ​ອື່ນ