ສົ່ງ​ເສີມ​ການ​ພັດ​ທະ​ນາ​ຊີ​ວະ​ພາບ​ການ​ກະ​ເສດ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ

(VOVWORLD) -ເພື່ອຫັນປ່ຽນພື້ນຖານກະສິກຳໃນປັດຈຸບັນ ໃຫ້ກາຍເປັນພື້ນຖານກະສິກຳຊີວະພາບທັນສະໄໝນັ້ນ ຕ້ອງມີການບໍລິຫານຂອງລັດ ແລະ ການລົງທຶນຂອງສັງຄົມ; ພັດທະນາພື້ນຖານກະສິກຳຊີວະພາບ, ຜະລິດສິນຄ້າດ້ວຍເຄື່ອງຈັກທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ...
ສົ່ງ​ເສີມ​ການ​ພັດ​ທະ​ນາ​ຊີ​ວະ​ພາບ​ການ​ກະ​ເສດ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ - ảnh 1(ພາບປະກອບ: qdnd.vn)
ໃນການໂອ້ລົມສົນທະນາວິທະຍາສາດ ດ້ວຍຫົວຂໍ້ "ຊີວະພາບການກະເສດ" ທີ່ຖືກຈັດຂຶ້ນໃນວັນທີ 12 ມີນາ, ຢູ່ຮ່າໂນ້ຍ, ບັນດານັກຊ່ຽວຊານ ຖືວ່າ ເພື່ອຫັນປ່ຽນພື້ນຖານກະສິກຳໃນປັດຈຸບັນ ໃຫ້ກາຍເປັນພື້ນຖານກະສິກຳຊີວະພາບທັນສະໄໝນັ້ນ ຕ້ອງມີການບໍລິຫານຂອງລັດ ແລະ ການລົງທຶນຂອງສັງຄົມ; ພັດທະນາພື້ນຖານກະສິກຳຊີວະພາບ, ຜະລິດສິນຄ້າດ້ວຍເຄື່ອງຈັກທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ; ໝູນໃຊ້ເຕັກໂນໂລຢີດີຈີຕອນ, ເສີມຂະຫຍາຍກຳລັງບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະເຂດພາກ ເພື່ອຮັບປະກັນກຳລັງແກ້ງແຍ້ງ, ຄວາມປອດໄພຂອງສະບຽງອາຫານ, ຮັບມື ແລະ ຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ ກໍຄື ຄວາມສ່ຽງ; ການສົມທົບລະຫວ່າງການປູກຝັງ ແລະ ລ້ຽງສັດ…

        ເນື່ອງໃນໂອກາດນີ້, ບັນດານັກຊ່ຽວຊານ, ວິທະຍາສາດ ກໍໄດ້ແລກປ່ຽນກ່ຽວກັບເນື້ອໃນຕົ້ນຕໍທີ່ກ່ຽວຂ້ອງເຖິງຊີວະພາບການກະເສດ ເປັນຕົ້ນແມ່ນບັນດາສິ່ງທ້າທາຍ, ລະບົບຊີວະພາບການກະເສດ ແລະ ລະບົບສະບຽງອາຫານທີ່ປະດິດຄິດສ້າງ; ບັນດາເຄື່ອງມືພາຫະນະຕີລາຄາກ່ຽວກັບຊີວະພາບ ເພື່ອແນໃສ່ເຮັດໃຫ້ຊີວະພາບການກະເສດຫຼາກຫຼາຍຂຶ້ນຕື່ມ.


ຕອບກັບ

ຂ່າວ/ບົດ​ອື່ນ