(VOVWORLD) -ວັນທີ 30 ພະຈິກ, ຢູ່ນະຄອນໂຮ່ຈີມິນ, ຄະນະຊີ້ນຳປະຕິຮູບການບໍລິຫານຂອງລັດຖະບານໄດ້ຈັດກອງປະຊຸມສຳມະນາ “ປະຕິຮູບການບໍລິຫານພາກລັດ ໄລຍະ 2011 – 2020 ແລະ ກຳນົດທິດຮອດໄລຍະ 2021 - 2030”.
ທີ່ກອງປະຊຸມສຳມະນາ
(ພາບ: TTXVN)
|
ຕາມຮ່າງໂຄງການສັງລວມແລ້ວກ່ຽວກັບການປະຕິຮູບການບໍລິຫານພາກລັດໄລຍະ 2021 – 2020, ຈຸດສຸມໃນໄລຍະ 10 ປີແຫ່ງການປະຕິຮູບການບໍລິຫານແມ່ນສ້າງຖັນແຖວພະນັກງານ, ພາລະກອນ, ລັດຖະກອນອາຊີບ, ມີຄຸນນະພາບສູງ, ພັດທະນາລັດຖະບານເອເລັກໂຕນິກ…
ຮອດປີ 2025, ທົ່ວປະເທດສູ້ຊົນມີເງື່ອນໄຂພຽງພໍເພື່ອສາມາດສະໜອງການບໍລິການທາງອອນລາຍຢູ່ໃນລະດັບ 3 ແລະ 4 ໄດ້ 80%, ຮອດປີ 2030 ຈະແມ່ນ 100%. ລະດັບຄວາມເພິງພໍໃຈຂອງປະຊາຊົນ ແລະ ວິສາຫະກິດກ່ຽວກັບການແກ້ໄຂລະບຽບການບໍລິຫານບັນລຸລະດັບຕ່ຳສຸດໃຫ້ໄດ້ 90% ໃນປີ 2025 ແລະ ບັນລຸ 95% ໃນປີ 2030.
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ, ນັກຊ່ຽວຊານ, ນັກຄຸ້ມຄອງໄດ້ຕີລາຄາລົງເລິກບາງເນື້ອໃນກ່ຽວກັບການປະຕິຮູບລະບອບລະບຽບການ, ປະຕິຮູບລະບຽບການບໍລິຫານ, ປະຕິຮູບກົງຈັກລັດ ພ້ອມທັງສະເໜີບັນດາເນື້ອໃນຕົ້ນຕໍກ່ຽວກັບການປະຕິຮູບການບໍລິຫານໃຫ້ເໝາະສົມກັບເງື່ອນໄຂຂອງຫວຽດນາມ ແລະ ທ່າອ່ຽງສາກົນ.