ສັນຍາ PCA : ໄລຍະພັດ ທະນາໃໝ່ໃນການພົວ ພັນຮ່ວມມືຫວຽດນາມ - ອີຢູ
(vovworld) – ສັນຍາຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອີຢູ (ຫຼື PCA) ຈະສ້າງຂອບເຂດໃໝ່, ຍາວນານ ແລະ ຮອບດ້ານໃຫ້ແກ່ການພົວພັນຫວຽດນາມ - ອີຢູ ແລະ ສົມກັບການໃຫ້ບຸລິມະສິດພັດທະນາເສດຖະກິດ - ສັງຄົມ, ການພົວພັນຕ່າງປະເທດຂອງ 2 ຝ່າຍ ກໍຄືທ່າອ່ຽງລວມໃນການຮ່ວມມື ແລະ ພັດທະນາໃນໂລກ. ໃນບົດຂຽນ ເນື່ອງໃນເຫດການສັນຍາ PCA ໃກ້ຈະໄດ້ຮັບການລົງນາມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ Bui Thanh Son, ອະດີດຫົວໜ້າຄະນະເຈລະຈາລະຫວ່າງຂະແໜງ PCA ຫວຽດນາມ - ອີຢູ, ໃຫ້ຮູ້ວ່າ: ສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອີຢູ (ຫຼື PCA) ໄດ້ຮັບການເຊັນຜ່ານເມື່ອເດືອນ 10/2010 ແລະ ຈະໄດ້ຮັບການລົງນາມຢ່າງເປັນທາງການໃນວັນທີ 27/6/2012 ແມ່ນບາດກ້າວພັດທະນາໃໝ່ ໃນການພົວພັນລະຫວ່າງ 2 ຝ່າຍ, ນຳການພົວພັນ ຫວຽດນາມ - ອີຢູ ຫັນໄປສູ່ໄລຍະໃໝ່ ດ້ວຍຂອບຂະໜາດ ແລະ ລະດັບຮ່ວມມືທີ່ກ້ວາງໃຫຍ່ ແລະ ເລິກເຊິ່ງກ່ວາ ບົນພື້ນຖານຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຕາມທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ Bui Thanh Son ແລ້ວ, ສັນຍາ PCA ແມ່ນຂອບເຂດປັບປຸງການພົວພັນຫວຽດນາມ - ອີຢູ ແທນໃຫ້ສັນຍາແມ່ ຫວຽດນາມ - EC ປີ 1995. ສັນຍາລວມມີ 8 ພາກ 65 ມາດຕາ ແລະ ບັນດາເອກະສານເພີ່ມເຕີມ, ທີ່ກຳນົດບັນດາຫຼັກການທີ່ເປັນພື້ນຖານຂອງການພົວພັນຫວຽດນາມ - ອີຢູ, ກຳນົດເນື້ອໃນ, ຂອບຂະໜາດ ແລະ ຮູບການການຮ່ວມມື, ສ້າງຂອບເຂດການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ຝ່າຍໃນທຸກໆຂົງເຂດ, ຈາກການຮ່ວມມືພັດທະນາ, ການຄ້າ - ການລົງທຶນຕະຫຼອດຮອດການຮ່ວມມືດ້ານຍຸຕິທຳ, ປົກປັກຮັກສາສັນຕິພາບ, ຄວາມສະຫງົບປອດໄພສາກົນ, ການຮ່ວມມືດ້ານວິຊາການ...