(vovworld) - ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳຝລັ່ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາປາຣີ, ຢຸດຕິສົງຄາມ ແລະ ສ້າງສັນຕິພາບຄືນໃໝ່ຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດ ເຢືອງວັນກວາງ, ຫົວໜ້າຄະນະປະຈຳຫວຽດນາມ ຄຽງຂ້າງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງສະຫະປະຊາຊາດ (UNESCO), ໄດ້ຖືວ່າ ໃນສະພາບປະເຊີນໜ້າລະຫວ່າງຫວຽດນາມ ແລະ ອາເມລິກາ ກ່ອນນີ້ 40 ປີ, ເລື່ອງລົງນາມໃນສັນຍາປາຣີ ແມ່ນບາດລ້ຽວຕັດສິນໃຫ້ແກ່ບັນດາເຫດການທີ່ເກີດຄືນຕໍ່ຈາກນັ້ນ. ສັນຍາປາຣີ ໄດ້ເຕົ້າໂຮມບັນດາເງື່ອນໄຂຢ່າງຄົບຖ້ວນ ນັບທັງທາງຍຸດທະສາດ, ການທະຫານ, ການເມືອງ ແລະ ການຕ່າງປະເທດ ໃຫ້ແກ່ການບຸກໂຈມຕີລູກຮືຂຶ້ນຂະໜາດໃຫຍ່ໃນປີ 1975, ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງຖືກຕ້ອງທາງດ້ານຍຸດທະສາດຂອງຫວຽດນາມ. ນັ້ນແມ່ນຍຸດທະສາດຍາດເອົາໄຊຊະນະເທື່ອລະກ້າວ ກ້າວໄປເຖິງການຍາດເອົາໄຊຊະນະທັງ 3 ແນວໂຮມນັ້ນແມ່ນ; ການເມືອງ, ການທະຫານ ແລະ ການຕ່າງປະເທດ.
ຕາມທ່ານເອກອັກຄະລັດຖະທູດ ເຢືອງວັນກວາງ ແລ້ວ, ປັດໃຈຕັດສິນທີ່ພາໄປເຖິງ ໄຊຊະນະນັ້ນແມ່ນນະໂຍບາຍເອກະລາດ, ເປັນເຈົ້າຕົນເອງຂອງຫວຽດນາມ. ຫວຽດນາມ ໄດ້ເລືອກເຟັ້ນ, ກຳນົດທັດສະນະເປັນເອກະລາດ, ເປັນເຈົ້າຕົນເອງ ໃນຕະຫຼອດຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ຍຸດທະສາດ “ການເມືອງ, ການທະຫານ ແລະ ການຕ່າງປະເທດ” ແມ່ນບັນດາປັດໃຈທີ່ຂາດບໍ່ໄດ້ ສາມາດນຳມາເຊິ່ງຜົນສຳເລັດໃຫ້ແກ່ການເຈລະຈາປາຣີ ເວົ້າສະເພາະ ແລະ ການປະຕິວັດປົດປ່ອຍຊາດເວົ້າເວົ້າລວມ. ທ່ານເອກອັກຄະລັດຖະທູດ ເຢືອງວັນກວາງ ເນັ້ນໜັກວ່າ ຫວຽດນາມໄດ້ສ້າງເປັນແນວໂຮມປະຊາຊົນໂລກ, ສາມັກຄີທຸກກຳລັງການເມືອງທີ່ກ້າວໜ້າຢູ່ໃນໂລກ ເພື່ອສະໜັບສະໜູນການຕໍ່ສູ້ທີ່ເປັນທຳ.