ສັນຍາຢຸດຍິງ ຢູ່ ຊີຣີ ໄດ້ເລີ່ມມີ ຜົນສັກສິດ
ກຳລັງທະຫານ ຊີຣີ
(ພາບ : Internet) |
Vovworld- ສັນຍາຢຸດຍິງຢູ່ ຊີຣີໄດ້ເລີ່ມມີຜົນສັກສິດນັບແຕ່ເວລາ 6 ໂມງເຊົ້າ ( 3ໂມງ GMT) ຂອງວັນທີ 12/4 ຕາມຄຳຂາດໂດຍທູດພິເສດແຫ່ງ ສະຫະປະຊາຊາດກ່ຽວກັບ ຊີຣີ ແລະ ສັນນິບາດອາຣັບ ທ່ານ Kofi Annan ນຳສະເໜີ, ແນໃສ່ຢຸດຕິສະພາບການໃຊ້ຄວາມຮຸ່ນແຮງທີ່ໄດ້ທຳລາຍຊີວິດນັບພັນຄົນຢູ່ ຊີຣີໃນຕະຫຼອດກວ່າ 1 ປີທີ່ຜ່ານມາ. ອຳນາດການປົກຄອງ Damascus ໄດ້ໃຫ້ຄຳໝັ້ນສັນຍາຈະຢຸດຕິທຸກໆບັ້ນຮົບໃນຕອນເຊົ້າວັນທີ 12/4, ແຕ່ກໍກ່າວເຕືອນວ່າ ບັນດາກຳລັງລັດຖະບານຈະໂຕ້ຕອບບໍ່ວ່າການບຸກໂຈມຕີແບບກໍ່ການຮ້າຍຂອງບັນດາກຸ່ມຝ່າຍຄ້ານປະກອບອາວຸດ. ໃນຂະນະນັ້ນ, ລັດຖະມົນຕີການຕ່າງປະເທດຝະລັ່ງ Alain Juppe ໄດ້ຖະແຫຼງວ່າ ປາຣີມີຄວາມຫວັງໃຫ້ນັກສັງເກດການຂອງ ສະຫະປະຊາຊາດ ໄປຕິດຕາມກວດກາສັນຍາຢຸດຍິງນີ້ ເພື່ອຮັບປະກັນໃຫ້ທຸຫໆຝ່າຍເຄົາລົບຕໍ່ແຜນການສັນຕິພາບຂອງ ທູດພິເສດແຫ່ງ ສະຫະປະຊາຊາດກ່ຽວກັບ ຊີຣີ ແລະ ສັນນິບາດອາຣັບ ທ່ານ Kofi Annan.