ສິ້ນສຸດການເຈລະຈາ TPP ຢູ່ຮ່າໂນ້ຍ: ບັນດານັກ ເຈລະຈາ TPP ບັນລຸໄດ້ ຄວາມກ້າວໜ້າສຳຄັນ

ສິ້ນສຸດການເຈລະຈາ TPP ຢູ່ຮ່າໂນ້ຍ: ບັນດານັກ ເຈລະຈາ TPP ບັນລຸໄດ້ ຄວາມກ້າວໜ້າສຳຄັນ - ảnh 1
(ພາບປະກອບ)

(vovworld) - ວາລະ​ເຈລະຈາ​ຂັ້ນ​ຫົວໜ້າ​ຄະນະ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຝິກ (TPP) ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 1-10/9 ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ຜົນງານ​ນັ້ນ​ແມ່ນ​ທຸກ​ປະ​ເທດ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ສຳຄັນ​ໃນ​ຫຼາຍ​ຂົງ​ເຂດ, ສ້າງ​ທ່າ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສຳ​ເລັດ​ສັນຍາ​ຢ່າງ ຮອບດ້ານ.

        ທີ່ວາລະ​ເຈລະຈາຄັ້ງ​ນີ້, ບັນດາ​ປະ​ເທດ​ເຂົ້າ​ຮ່ວມ TPP ​ລວມມີ: ອົດ​ສະ​ຕາ​ລີ, ບຮູ​ໄນ, ກາ​ນາ​ດາ, ຈີ​ເລ, ຍີ່ປຸ່ນ, ມາ​ເລ​ເຊຍ, ​ເມກ​ຊີ​ໂກ, ນິວຊີ​ແລນ, ​ເປ​ຮູ, ສິງ​ກະ​ໂປ, ອາ​ເມ​ລິ​ກາ ​ແລະ ຫວຽດນາມ ໄດ້​ແກ້​ໄຂ​ສຳ​ເລັດ​ຫຼາຍ​ບັນຫາ​ທີ່​ຄົງ​ຄ້າງ​ແຕ່​ກ່ອນ​ມາ​ນີ້ ​ແລະ ຮັດ​ແຄບ​ຊ່ອງ​ຫວ່າງ​ໃນ​ຫຼາຍ​ຂົງ​ເຂດ. ບັນດາ​ເນື້ອ​ໃນ​ທີ່​ບັນລຸ​ຄວາມ​ກ້າວໜ້າ​ພໍ​ສົມຄວນ​ຄື ລັດ​ວິ​ສາ​ຫະກິດ, ຊັບ​ສິນ​ທາງ​ປັນຍາ, ການ​ລົງທຶນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ…ບັນດາ​ປະ​ເທດ​ກໍ່​ສະຫງວນ​ເວລາ​ພົບ​ປະ​ສອງ​ຝ່າຍ​ເພື່ອ​ສ້າງ​ຄຳໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ເປີດ​ຕະຫຼາດ​ສິນຄ້າ, ການ​ບໍລິການ, ການ​ລົງທຶນ, ການ​ບໍລິການ​ການ​ເງິນ ​ແລະ ການ​ຊື້​ເຄື່ອງ​ຂອງ​ຂອງ​ລັດຖະບານ.

ບັນດາ​ປະ​ເທດ TPP ຕັດສິນ​ໃຈ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ມີການ​ເຈລະຈາ​ຂັ້ນ​ຫົວໜ້າ​ຄະນະ​ຕື່ມອີກ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ສືບ​ຕໍ່​ຊຸກຍູ້ ​ແລະ ສິນ​ສຸດ​ການ​ເຈລະຈາ.

       

ຂ່າວ/ບົດ​ອື່ນ