ສິ້ນສຸດໂຄງການສິນເຊື່ອຫວຽດນາມ -ແບນຊິກ ໄລຍະທີ 3

ສິ້ນສຸດໂຄງການສິນເຊື່ອຫວຽດນາມ -ແບນຊິກ ໄລຍະທີ 3 - ảnh 1

(ພາບ:ktdt.com.vn)

(vovworld) ຕອນ​ບ່າຍ​ວັນ​ທີ 19/12, ຢູ່​ຮ່າ​ໂນ້ຍ,​ ສະຫະພັນ​ແມ່ຍິງ​ຫວຽດນາມ ສົມທົບ​ກັບ​ອົງການ​ຮ່ວມ​ມື​ພັດທະນາ​ແບນ​ຊິກ ​ໄດ້​ຈັດ​ກອງ​ປະຊຸມສິ້ນ​ສຸດ​ໂຄງການ​ສິນ​ເຊື່ອ​ຫວຽດນາມ-​ແບນ​ຊິກ ​ໄລຍະ​ທີ 3 ​ແລະ ​ແນະນຳ​ຮູບ​ແບບ​ກອງ​ທຶນ​ສິນ​ເຊື່ອ. ​ໂຄງການ​ດັ່ງກ່າວ​ໄດ້​ຖືກ​ປະຕິບັດ​ຜ່ານ 3 ​ໄລຍະ ​ແຕ່​ປີ 1999-2012, ຜ່ານ​ການ​ຜັນ​ຂະຫຍາຍ​ເປັນ​ເວລາ 13 ປີ, ລັດຖະບານ​ແບນ​ຊິກ ​​ໄດ້ໜູນ​ຊ່ວຍ​ຈຳນວນ​ເງິນ​ເກືອບ 45 ຕື້​ດົ່ງ​ເພື່ອ​ຊ່ວຍ​ເຫຼືອ​ແມ່ຍິງ​ທຸກ​ຍາກ​ກ່ວາ 52.000 ຄົນ​ສຳ​ພັດ​ກັບ​ແຫຼ່ງທຶນ​ສິນ​ເຊື່ອ ​ແລະ ບັນດາ​ການ​ບໍລິການ​ພັດທະນາ​ການ​ດຳ​ເນີນ​ທຸລະ​ກິດ. ທ່ານ​ນາງ​ຫງວຽນ​ທິ​ແທງ​ຮ່ວາ ປະທານສະຫະພັນ​ແມ່ຍິງ​ຫວຽດນາມ  ​ເນັ້ນໜັກ​ວ່າ:

  “ພວກ​ຂ້າພະ​ເຈົ້າຈະ​ສືບ​ຕໍ່​ລາຍ​ງານຕໍ່​ລັດຖະບານ​ເພື່ອ​ສ້າງຕັ້ງກອງ​ທຶນ​ໜູນ​ຊ່ວຍ​ສິນ​ເຊື່ອ, ​ແນ່​ໃສ່ຊ່ວຍ​ໃຫ້​ບັນດາ​ອົງການ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຍັງ​ໜຸ່ມ​ແໜ້ນ​ທີ່​ສຸດ. ຕ້ອງ​ເປີດ​ກ້ວາງ ​ແລະ ພັດທະນາ​ການ​ເງິນ​ຈຸ​ລະ​ພາກ​ຈຶ່ງ​ຈະ​ຊ່ວຍ​ເຫຼືອ​ແມ່ຍິງ​ທຸກ​ຍາກ​ໄດ້

ຂ່າວ/ບົດ​ອື່ນ