ສືບຕໍ່ຈັດຕັ້ງ ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງ ຫວຽດນາມ ໃຫ້ມີປະສິດທິຜົນ

(VOVWORLD) - ໃນ 6 ເດືອນທ້າຍປີຂະແໜງການທູດສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງ ພັກ ຢ່າງມີປະສິດທິຜົນ
ສືບຕໍ່ຈັດຕັ້ງ ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງ ຫວຽດນາມ ໃຫ້ມີປະສິດທິຜົນ - ảnh 1ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ວັນທີ 5 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດກອງປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີ, ທິດທາງວຽກງານ 6 ເດືອນທ້າຍປີ 2023. ກອງປະຊຸມໄດ້ຢັ້ງຢືນວ່າໃນ: 6 ເດືອນຕົ້ນປີ, ວຽກງານພົວພັນຕ່າງປະເທດ ສືບຕໍ່ແມ່ນຈຸດເດັ່ນໃນບັນດາຜົນງານລວມຂອງທົ່ວປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະດົມແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ແລະ ສືບຕໍ່ຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດຊາດ.

        ກ່າວຄຳເຫັນນະທີ່ນີ້, ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ສະເໜີວ່າ: ໃນ 6 ເດືອນທ້າຍປີຂະແໜງການທູດສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງ ພັກ ຢ່າງມີປະສິດທິຜົນ, ເສີມຂະຫຍາຍບົດບາດນຳໜ້າ, ນຳການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມືສຳຄັນ, ເພື່ອນມິດທີ່ເປັນມູນເຊື້ອ ເຂົ້າສູ່ລວງເລິກ, ສະຖຽນລະພາບ, ຍືນຍົງ. ທ່ານລັດຖະມົນຕີສະເໜີທົ່ວຂະແໜງຕັ້ງໜ້າຜັນຂະຫຍາຍວຽກງານການທູດເສດຖະກິດ, ຢຶດໝັ້ນ, ເດັດດ່ຽວຕໍ່ສູ້ປົກປັກຮັກສາອະທິປະໄຕ ແລະ ບັນດາຜົນປະໂຫຍດອັນຊອບທຳຂອງ ປະເທດຊາດຢ່າງໝັ້ນແກ່ນ, ຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ຜັນຂະຫຍາຍວຽກງານປົກປ້ອງພົນລະເມືອງ, ວຽກງານກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດໃຫ້ມີປະສິດທິຜົນ, ເສີມຂະຫຍາຍບົດບາດການທູດດ້ານວັດທະນະທຳ…

ຕອບກັບ

ຂ່າວ/ບົດ​ອື່ນ