ສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດປີ 2013

ສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດປີ 2013 - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ
ພາບ:internet


(vovworld) - ​ເນື່ອງ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃຫມ່​ປີ​ມະ​ເສ​ງ 2013, ​ໃນ​ການ​ຕອບ​ສຳພາດ​ຕໍ່ນັກ​ຂ່າວຂ່າວ​ສານ ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ໄດ້​ຢືນຢັນ​ວ່າ: ປີ 2013, ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ປັບປຸງ, ປ່ຽນ​ໃຫມ່​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດ​ທິຜົນ​ການ​ເຄື່ອນ​ໄຫວ​ກໍ​ຄື​​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ສູງ​ເພື່ອ​ປະຕິບັດ​ນິຕິບັນຍັດ, ຕິດຕາມ​ກວດກາ, ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ​ໃຫ້​ມີ​ປະສິດທິ​ຜົນ​ກວ່າ. ຕາມ​ທ່ານ ຫງວຽນ​ຊີງ​ຮຸ່ງ​ແລ້ວ, ປີ 2013 ​ແມ່ນ“​ເພີ່ມ​ທະວີ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ, ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ​ຕຳ່​ກວ່າ, ການ​ເຕີບ​ໂຕ​ສູງ​ກວ່າ​ປີ 2012. ຍູ້​ແຮງ​ການ​ປະຕິບັດ 3 ຂອດ​ບຸກທະລຸ​ຍຸ​ດທະ​ສາດ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດຄືນ​ໃຫມ່, ຫັນປ່ຽນ​ຮູບ​ແບບ​ການ​​ເຕີບ​ໂຕ. ຮັບ​ປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ. ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ. ສ້າງ​ພື້ນຖານ​ພັດທະນາ​ຢ່າງ​ໝັ້ນ​ແກ່ນ​ກວ່າ​ໃນຊຸມ​ປີ​ຕໍ່​ໄປ.

 

ຂ່າວ/ບົດ​ອື່ນ