ທ່ານ To Huy Rua ກຳມະການກົມການເມືອງ
( vovworld ) – ວັນທີ 13/4, ຢູ່ແຂວງ Ha Nam, ຄະນະເລຂາສູນກາງໄດ້ຈັດຕັ້ງກອງປະຊຸມບັນດາແຂວງທາງພາກເໜືອ, ຜັນຂະຫຍາຍຄຳສັ່ງເລກທີ 3 ຂອງກົມການເມືອງກ່ຽວກັບການສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈິມິນ. ທ່ານ To Huy Rua ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ. ກອງປະຊຸມໄດ້ສະຫງວນເວລາເພື່ອປຶກສາຫາລື, ໃຈແຍກ, ຕີລາຄາບັນດາວຽກງານທີ່ບັນລຸໄດ້ ກໍຄືບັນດາບັນຫາຍັງຄົງຄ້າງ, ຂໍ້ຈຳກັດໃນການປະຕິບັດມະຕິເລກທີ 3, ພ້ອມກັນນັ້ນ, ສະເໜີບັນດາຄຳເຫັນ, ມາດຕະການແກ້ໄຂເພື່ອເຮັດໃຫ້ການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈິມິນ ແມ່ນໜ້າທີ່ເປັນປະຈຳ ແລະ ສຳຄັນຂອງແຕ່ລະອົງຄະນະພັກ, ທ້ອງຖີ່ນ, ຫົວໜ່ວຍ, ພະນັກງານ ແລະ ສະມາຊິກພັກແຕ່ລະຄົນ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ To Huy Rua ໄດ້ຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆ ໃນໄລຍະທີ່ຈະມາເຖິງຄວນເສີມຂະຫຍາຍບັນດາສິ່ງທີ່ບັນລຸໄດ້ເພື່ອຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈິມິນ ຢູ່ແຕ່ລະແຂວງ. ບັ້ນຂົນຂວາຍ “ ຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈິມິນ ” ຕ້ອງສົມທົບກັນຢ່າງແໜ້ນແຟ້ນກັບການປະຕິບັດມະຕິສູງການທີ 4 ກ່ຽວກັບບັນດາມາດຕະການອັນຮີບດ່ວນໃນການກໍ່ສ້າງພັກ ແລະ ໂຄງການກໍ່ສ້າງຊົນນະບົດໃໝ່.